22 September 2010

ເຈົ້າເປັນຄົນຂີ້ເຫງົາຫລືບໍ່?

 ເຈົ້າເປັນຄົນຂີ້ເຫງົາຫລືບໍ່?

Thanks pooyingnaka.com


ເຄີຍສົງໃສບໍວ່າການທີເຈົ້າຢູ່ບໍ່ຕິດບ້ານໝາຍຄວາມວ່າເຈົ້າເປັນຄົນຂີ້ເຫງົາຫລືບໍ ຫາກບໍ່ແນ່ໃຈເຊີນພິສູດດວ້ຍ

ຕົວເອງ

1. ເຈົ້າມັກໄປເບິ່ງຮູບເງົາຄົນດຽວ

ແມ່ນ ໄປຂໍ້ 2

ບໍ່ແມ່ນ ໄປຂໍ້ 6

2. ມັກຄວາມສະນຸກສະໜານ

ແມ່ນ ໄປຂໍ້ 7

ບໍ່ແມ່ນ ໄປຂໍ້ 3

3. ມັກຂຽນຈົດໝາຍເຖິງເພືອນ (ຫລື SMS, MSN…)

ແມ່ນ ໄປຂໍ້ 8

ບໍ່ແມ່ນ ໄປຂໍ້ 4

4. ມັກໄປໃສມາໃສພຽງຄົນດຽວ

ແມ່ນ ໄປຂໍ້ 5

ບໍ່ແມ່ນ ໄປຂໍ້ 9

5. ມັກກິນເຂົ້າຄົນດຽວ

ແມ່ນ ໄປຂໍ້ 10

ບໍ່ແມ່ນ ໄປຂໍ້ 9

6. ເມື່ອໄປກິນເຂົ້ານອກບ້ານຕອ້ງມີຄົນເປັນເພືອນ

ແມ່ນ ໄປຂໍ້ 11

ບໍ່ແມ່ນ ໄປຂໍ້ 7

7. ບໍ່ມີເພືອນທີ່ຮູ້ໃຈ

ແມ່ນ ໄປຂໍ້ 12

ບໍ່ແມ່ນ ໄປຂໍ້ 8

8. ເມື່ອອາລົມບໍ່ດີມັກຈະໄປຫາເພື່ອນ

ແມ່ນ ໄປຂໍ້ 13

ບໍ່ແມ່ນ ໄປຂໍ້ 9

9. ມັກລົມເວົ້າຫລີນທາງໂທລະສັບ

ແມ່ນ ໄປຂໍ້ 14

ບໍ່ແມ່ນ ໄປຂໍ້ 10

10. ມັກເດິນຫລີນຄາຍກຸ້ມຄົນດຽວ

ແມ່ນ ໄປຂໍ້ 15

ບໍ່ແມ່ນ ໄປຂໍ້ 14

11. ມັກນັ່ງຄິດຄົນດຽວ

ແມ່ນ ໄປຂໍ້ 12

ບໍ່ແມ່ນ ໄປຂໍ້ 16

12. ຕອ້ງການຄວາມຮູ້ສຶກປອດໄພຫລາຍ

ແມ່ນ ໄປຂໍ້ 17

ບໍ່ແມ່ນ ໄປຂໍ້ 13

13. ມີຂອງດີໆ ຕອ້ງແບ່ງກັນ

ແມ່ນ ໄປຂໍ້ 18

ບໍ່ແມ່ນ ໄປຂໍ້ 14

14. ຫວັງຢາກໃຫ້ຝ່າຍຕົງກັນຂ້າມສົນໃຈເຈົ້າ

ແມ່ນ ໄປຂໍ້ 18

ບໍ່ແມ່ນ ໄປຂໍ້ 19

15. ເບື່ອໜ່າຍເພືອນທີ່ມາຮົບກວນເຖິງບ້ານ

ແມ່ນ ໄປຂໍ້ 20

ບໍ່ແມ່ນ ໄປຂໍ້ 19

16. ເລື່ອງໃຫຍ່ ຫລືເລື່ອງນອ້ຍຕ່າງໆ ຕອ້ງຫາເພືອນ

ແມ່ນ ໄປຂໍ້ ກ

ບໍ່ແມ່ນ ໄປຂໍ້ 17

17. ຄິດຈະໄປຫາເພື່ອນກໍກົວຖືກປະຕິເສດ

ແມ່ນ ໄປຂໍ້ ຂ

ບໍ່ແມ່ນ ໄປຂໍ້ 18

18. ຕອ້ງພົບໜ້າເພື່ອນທຸກວັນ

ແມ່ນ ໄປຂໍ້ ຂ

ບໍ່ແມ່ນ ໄປຂໍ້ ຄ

19. ພະຍາຍາມທີ່ຈະບໍ່ໄປລົບກວນຜູ້ອື່ນ

ແມ່ນ ໄປຂໍ້ 20

ບໍ່ແມ່ນ ໄປຂໍ້ 18

20. ບໍ່ຢືມເງິນຜູ້ອື່ນໂດຍເດັດຂາດ

ແມ່ນ ໄປຂໍ້ ງ

ບໍ່ແມ່ນ ໄປຂໍ້ ກ

ກ. ປະເພດເພິ່ງພາອາໃສ

ເຈົ້າມັກໄປໃສມາໃສກັບເພື່ອນ ບໍ່ວ່າຈະໄປເບິ່ງຮູບເງົາ ຫລືໄປຕະຫລາດ ເຈົ້າມັກໃຫ້ມີໃຜຢູ່ເປັນເພືອນເຈົ້າ ໂດຍ

ສະເພາະໃນຂະນະທີ່ເຈົ້າກຳລັງອາລົມບໍ່ດີ ເຈົ້າຍິ່ງຕອ້ງການໃຫ້ເພື່ອນໆຢູ່ຂ້າງໆ ໂດຍປົກກະຕິເຈົ້າຈະເປັນຄົນທີ່ບໍ່

ຮູ້ສຶກວ່າຕອ້ງເພິ່ງພາອາໃສເພືອນ ພຽງແຕ່ມີຄວາມຮູ້ສຶກວ່າຕົນເອງເປັນຄົນໂຊກດີ ທີ່ມີເພືອນດີໆ ແຕ່ຖ້າວັນໃດ

ທີ່ເຈົ້າຜິດຖຽງກັບເພືອນ ຫລືຄາງວຽກໄປໃສກັບເພືອນບໍ່ໄດ້ ເຈົ້າຈະຮູ້ສຶກໂດດດຽວ ງຽບເຫງົາຢ່າງຍິ່ງ ຂະນະນີ້ເຈົ້າ

ຈຶ່ງຍອມຮັບວ່າເຈົ້າເປັນປະເພດເພິ່ງພາອາໃສເພືອນ

ຂ. ປະເພດປາວປ່ຽວໃຈ

ຄວາມປາວປ່ຽວໃຈຄືໂລກຈິດຂອງເຈົ້າຊະນິດໜຶ່ງ ແລະຄືໂລກປະຈຳຕົວຂອງເຈົ້າ ພາຍໃນຈິດໃຈຂອງເຈົ້າຢ້ານຖືກ

ເພື່ອນໆ ຫລືໝູ່ຄະນະຖອດຖິ້ມດວ້ຍເຫດນີ້ ເຈົ້າຈຶ່ງພະຍາຍາມຮັກສາສຳພັນທີ່ດີກັບທຸກໆຄົນບໍ່ກ້າເຮັດໃຫ້ຜູ້ອື່ນ

ໂກດ ເພາະຫຍັງຈຶ່ງເປັນເຊັ່ນນັ້ນ ອາດເປັນເພາະວ່າເຈົ້າຂາດຄວາມເຊື່ອມັ່ນໃນຕົນເອງ ເພາະສະນັ້ນຈຶ່ງຕອ້ງການ

ໃຫ້ຜູ້ອື່ນໃຫ້ຄວາມມັ່ນໃຈແກ່ເຈົ້າ ດວ້ຍເຫດນີ້ພຽງຄວາມເຄືອນໄຫວບາງຢ່າງ ທີ່ເຈົ້າບໍ່ມັກ ແຕ່ເຈົ້າກໍຕອ້ງຈຳໃຈ

ເຂົ້າຮວ່ມ ບໍ່ສະນັ້ນເຈົ້າຈະເກີດຄວາມຮູ້ສຶກບໍ່ສະບາຍໃຈ ທາງດ້ານມະນຸດສຳພັນ ອາດກ່າວໄດ້ວ່າ ເຈົ້າບໍ່ມີຄວາມ

ຮູ້ສຶກປອດໄພ ແລະເປັນຄົນທີ່ບໍ່ມີບຸກຄະລິກະພາບ

ຄ.ປະເພດລະບາຍຄວາມໃນໃຈ

ໃນຊີວິດແຫ່ງຄວາມເປັນຈິງເຈົ້າມີອິດສະຫລະຫລາຍ ແຕ່ວ່າທາງດ້ານຈິດໃຈເຈົ້າຍັງຕອ້ງການຄວາມສະນັບສະນຸກ

ຈາກເພືອນ ປົກກະຕິຢູ່ຄົນດຽວເຈົ້າຈະບໍ່ຮູ້ສຶກເຫົງາ ການເຄືອນໄຫວອິດສະຫລະ ບໍ່ໄດ້ພົບໜ້າເພືອນທີ່ດີເດືອນ

ສອງເດືອນ ກໍບໍ່ຮູ້ສຶກງຽບເຫົງາ ແຕ່ພວກເຈົ້າຍັງຄົງຮັກໃຄ່ສະນິດສະນົມກັນເໝືອນເດີມ ບາງຄັ້ງມີວຽກ ຫລືບໍ່

ສະບາຍໃຈ ພວກເຈົ້າກໍນັດພົບປະເວົ້າກັນ ຖ້າຫາກຢູ່ຫ່າງກັນບໍ່ສະດວກໃນການນັດພົບ ກໍຕິດຕໍ່ທາງໂທລະສັບ

ຫລືຈົດໝາຍ ຖ້າວ່າຈະບໍ່ໄດ້ພົບໜ້າກັນແຕ່ພະລັງຈິດທີ່ໄດ້ຮັບອາດໄດ້ຫລາຍກວ່າພົບໜ້າກັນທຸກວັນ ເຈົ້າຈຶ່ງ

ບໍ່ຕອ້ງຢູ່ກັບເພືອນເຈົ້າທຸກວັນ ຮູບແບບຂອງການພົບເພືອນປະເພດເຈົ້າຄື ຕ່າງຄົນຕ່າງຢູ່ແຕ່ຈິດໃຈທະລຸເຖິງ

ກັນ ຄືຄົນປະເພດລະບາຍຄວາມໃນໃຈ

ງ. ປະເພດອິດສະຫລະເສລີ

ເຈົ້າຄືແບບຢ່າງຂອງຄົນໃຈເພັດ ເຈົ້າບໍ່ມັກໃຫ້ຜູ້ອື່ນຕິດສອຍຫອ້ມຕາມ ເຈົ້າຄືຄົນປິດຕົວເອງ ເຈົ້າບໍ່ເອີ່ຍປາກ ຂໍ

ຄວາມຊວ່ຍເຫລືອຈາກເພືອນງ່າຍໆ ກ່າວໄດ້ວ່າ ເຈົ້າມັກຈະຮູ້ສຶກການເປັນໜີ້ບຸນຄຸນ ແລະເປັນການລຸດຄຸນຄ່າ

ຂອງຕົວເອງໃຫ້ຕ່ຳລົງ ຜູ້ຄົນທີ່ບໍ່ເຂົ້າໃຈເຈົ້າຈະຄິດວ່າ ເຈົ້າເປັນຄົນມີນິໃສສັນໂດດ ແລະເອົາແຕ່ໃຈຕົວເອງ ແຕ່ຜູ້

ຄົນທີ່ເຂົ້າໃກ້ມັກຈະຊົມເຊີຍ ຄວາມເດັດດ່ຽວຂອງເຈົ້າ ນິໃສ ແລະຊີວິດຂອງເຈົ້າມີສະເນ່ດຶງດູດໃຈຫລາຍ

No comments:

Post a Comment