22 September 2010

ຄຳທຳນາຍຈາກໄຂ່ 4 ໜວ່ຍ


 ຄຳທຳນາຍຈາກໄຂ່ 4 ໜວ່ຍ
ສົມມຸດວວ່າເຈົ້າ ເດີນໄປໃນສວນສາທາລະນະແຫ່ງໜຶ່ງ ເຈົ້າຮູ້ສຶກເມືອຍຂາ ຈຶ່ງນັ່ງລົງທີ່ຕັ່ງສີຂາວໜ້າຮັກໃຕ້ຕົ້ນໄມ້ໃຫຍ່ ກຳລັງແນວເບິ່ງນົກເບິ່ງໃບໄມ້ເພີນໆ ກໍບັງເອີນແນວໄປເຫັນກະຕ້າຫວາຍໃບໜຶ່ງວ່າງຢູ່ບົນສະໜາມຫຍ້າ ໃນກະຕ້ານັ້ນມີໄຂ່ຢູ່ໜຶ່ງໜວ່ຍ
ເຈົ້າຄິດວ່າໄຂ່ໃນນັ້ນ ຈະເປັນໄຂ່ຫຍັງລະຫວ່າງ
1. ໄຂ່ງູ 2. ໄຂ່ເຕົ່າ 3. ໄຂ່ໄກ່ 4. ໄຂໄດໂນເສົາ
ສະເລີຍ:
ໄຂ່ງູ: ເຈົ້າເປັນຄົນທີ່ມັກຈະຄາດຫວັງຢ່າງຫລາຍ ວ່າຄົນທີ່ເຈົ້າຮັກນັ້ນຈະຕອ້ງເປັນຄົນທີ່ລ່ຳລວຍ ມັ່ງມີສີສຸກ ມີຊັບສິນເງິນທາງ ມັ່ງຄົງອຸດົມສົມບູນ ນອກຈາກຈະລວຍຫລາຍໆແລ້ວ ຍັງຕອ້ງມີຄວາມສະຫລຽວສະຫລາດ ຮູ້ຈັກເອົາຕົວລອດ ມີ່ສະເນ່ທາງເພດ ແລະຍັງຕອ້ງມີຄວາມຮ້າຍລຶກໆຊອ່ນຢູ່ໃນຕົວອີກດວ້ຍ ຄົງຈະບໍ່ຢາກໃຫ້ເປັນຄົນໃສໆ ຊື່ໆ ເກີນໄປຈົນຖືກເອົາປຽບໄດ້ປະມານນັ້ນ
ໄຂ່ເຕົ່າ: ເຈົ້າເປັນຄົນທີ່ຮັກສັນໂດນ ເຈົ້າຈຶ່ງຢາກໃຫ້ຄົນທີ່ເຈົ້າຮັກ ເປັນຄົນທີ່ມີຊີວິດສະຫງົບ ມີອາຍຸໝັ່ນຂວັນຍືນ ມີຊິດວິດທີ່ຮຽບງ່າຍ ບໍ່ຕອ້ງມີຫຍັງຫລາຍ ແລະເຈົ້າຍັງຄາດຫວັງໃຫ້ເຂົາ ເປັນຄົນມີຄຸນະທຳປະຈຳໃຈ  ບໍ່ບຽດບຽນຜູ້ອື່ນ ມີຄວາມຮູ້ ມີຄວາມສຸຂຸ່ມເປັນທີ່ນັບຖືຂອງຄົນທົ່ວໄປ
ໄຂ່ໄກ່: ເຈົ້າເປັນຄົນທີ່ມີຄວາມຄາດຫວັງຕໍ່ຄົນທີ່ເຈົ້າຮັກ ໃນລະດັບທຳມະດາໆ ປົກກະຕິສາມັນຄືຊາວບ້ານທົ່ວໆໄປ ຄືບໍ່ໄດ້ຄາດຫວັງຫຍັງຫລາຍ ເຈົ້າພຽງແຕ່ຢາກໃຫ້ມີຊີວິດທີ່ສຸກສະບາຍ ມັ່ນຄົງປອດໄພ ມີຊີວິດທີ່ຮາບຮື່ນ ບໍ່ມີຫຍັງເຮັດໃຫ້ເຈົ້າຕອ້ງເປັນຫວ່ງ ເຂົາຢາກຈະເລື່ອກເປັນຫຍັງ ຫລືຢາກເຮັດຫຍັງ ເຈົ້າຈະໃຫ້ຄຳແນະນຳໂດຍບໍ່ຄິດຕໍ່ຕ້ານເຂົາ
ໄຂ່ໄດໂນເສົາ: ເປັນຄົນທີ່ມີຄວາມຄາດຫວັງຕໍ່ຄົນທີ່ເຈົ້າຮັກສູງ ເຈົ້າບໍ່ໄດ້ຢາກໃຫ້ເຂົາມັ່ງມີລ່ຳລວຍ ແຕ່ເຈົ້າຢາກໃຫ້ເຂົາເປັນຄົນພິເສດທີ່ມີຄວາມໂດດເດັ່ນ ເປັນເອກະລັກສະເພາະຕົວ ບໍ່ຄືໃຜ ແລະບໍ່ມີໃຜຄື ເຈົ້າບໍ່ຢາກໃຫ້ຄົນຮັກ ເປັນຄົນທຳມະດາໆຄືຊາວບ້ານ ຫລືມີວິຖີຊີວິດໃນດ້ານອື່ນໆ ທີ່ຮຽບງ່າຍຈົນເກີນໄປ
ຂອບໃຈ pooyingnaka.com

No comments:

Post a Comment