22 September 2010

ເທັກນິກລົມໂທລະສັບມັດໃຈສາວ


 ເທັກນິກລົມໂທລະສັບມັດໃຈສາວ
1. ພຽງເຄິ່ງຊົ່ວໂມງ
ການໂທລົມກັບສາວຈຸດປະສົງທີ່ແທ້ຈິງກໍຄືການຊວນເຂົາອອກເດດ ບໍ່ແມ່ນໄປສົນທະນາປັນຫາບ້ານເມື່ອງ ເອົາໄວລົມກັນຕອນອອກເດດຈະດີກວ່າ
2. ຂໍວາງສາຍຕອນກຳລັງສະນຸກ
ເຈົ້າອາດບໍ່ເຄີຍວາງສາຍໃນຂະນະທີ່ການສົນທະນາເປັນໄປຢ່າງສະນຸກອອກລົດຊາດ ແຖມຍັງລົມຕໍ່ໄປ 3ຊົ່ວໂມງ 4ຊົ່ວໂມງ ຈົນໃນທີ່ສຸດກໍບໍ່ມີຫຍັງຈະເວົ້າອີກ ແຕ່ກໍຍັງບໍ່ວາງສາຍ ຈົນໃນທີ່ສຸດເຂົາກໍເບື່ອເຈົ້າ ສິ່ງທີ່ຕອ້ງເຮັດຄື : ເຈົ້າຕອ້ງວາງສາຍທຸກຄັ້ງທີ່ຄິດວ່າການສົນທະນາກຳລັງເປັນໄປຢ່າງສະນຸກ ເອີ້ນວ່າເມື່ອເຖິງ ຈຸດສຸດຍອດ ເມື່ອໃດ ເຈົ້າຕອ້ງວາງສາຍທັນທີ ເພາະຈະເຮັດໃຫ້ເຂົາຄິດຖຶງເຈົ້າ ຄິດຖຶງບົດສົນທະນາທີ່ດີລະຫວ່າງເຈົ້າແລະເຂົາ ແລະພໍຄັ້ງຕໍ່ໄປທີ່ເຈົ້າໂທໄປຫາ ເຈົ້າຈະຮູ້ສຶກໄດ້ເລີຍວ່າສຽງເຂົານັ້ນດີໃຈຫລາຍເວລາທີ່ເຈົ້າໂທມາ
3. ວາງສາຍກອ່ນໄດ້ປຽບ
ຢ່າລໍໃຫ້ສາວເປັນຄົນວາງສາຍກອ່ນ ເຈົ້າຕອ້ງບອກເຂົາກອ່ນທຸກຄັ້ງ ໂດຍທີ່ຕອ້ງເຮັດຕົວໃຫ້ທ້າທາຍ ເຮັດຄືວ່າມີສິ່ງທີ່ສຳຄັນກວ່າເຂົາລໍເຈົ້າຢູ່ ເຮັດໃຫ້ຄືກັບວ່າເຈົ້ານັ້ນມັກທີ່ຈະລົມກັບເຂົາ ແຕ່ຖ້າບໍ່ໄດ້ລົມກັນ ເຈົ້າກໍ່ບໍ່ເປັນຫຍັງ
4. ໂທເຮັດຫຍັງທຸກວັນ
ຫລາຍຄົນຄົງຄິດວ່າການລົມໂທລະສັບຈີບສາວ ຕອ້ງໂທໄປທຸກໆວັນ ໂທໄປເລື່ອຍໆ ບອກເຂົາວ່າຄິດຖຶງຢ່າງນັ້ນຢ່າງນີ້ ເພາະດ໋ຽວເຂົາກໍໃຈອອ່ນເອງ ບອກໄດ້ເລີຍວ່າເຈົ້າກຳລັງຄິດຜິດ ຜູ້ຍິງນັ້ນຖ້າເຂົາມັກເຮົາບໍ່ວ່າຈະໂທໄປທຸກວັນ ຫລືບໍ່ໂທຫາເຂົາ ເຂົາກໍຍັງມັກເຈົ້າຢູ່ດີ ການທີ່ບໍ່ໂທໄປຫາເຂົາແນ່ ຈະເຮັດໃຫ້ເຂົາກະວົນກະວາຍໃຈ ແລະຄິດຖຶງເຈົ້າຫລາຍຍິ່ງຂຶ້ນ ແຕ່ເຈົ້າລອງຄິດດູ ຖ້າເຂົາຍັງບໍ່ໄດ້ຕັດສີນໃຈວ່າຈະມັກເຈົ້າຫລືບໍ່ ແຕ່ເຈົ້າໂທໄປຫາເຂົາທຸກໆວັນ ເຈົ້ານັ້ນກຳລັງບອກເຂົາເລີຍວ່າ: ຄວາມສຸກທັງໝົດຂອງເຈົ້າຂຶ້ນຢູ່ກັບເຂົາຄົນດຽວ ເຈົ້າບໍ່ໄດ້ເປັນສິ່ງທີ່ທ້າທາຍເລີຍສຳລັບເຂົາ ເຂົາຮູ້ໄດ້ທັນທີວ່າ: ເຈົ້າເປັນລູກໄກ່ໃນກຳມື ໂທໄປວັນເວັ້ນວັນແນ່ ບາງຄັ້ງກໍ 3 4 ວັນຕໍ່ຄັ້ງ ຈະເຮັດໃຫ້ເຂົາຮູ້ວ່າເຈົ້າມີຊີວິດເປັນຂອງຕົວເອງ
5. ເວົ້າເລືອງອື່ນແນ່
ຢ່າມົວແຕ່ເວົ້າເລື່ອງທົ່ວໄປເຊັ່ນ: ເຮັດຫຍັງຢູ່? ຢູ່ໃສ? ກິນເຂົ້າກັບຫຍັງ? ວັນນີ້ໄປໃສມາ? ໄປຫາໝູ່ມາບໍ? ການເວົ້າແບບນີ້ໃຜກໍເວົ້າກັບເຂົາໄດ້ ແລະເຈົ້າຈະເຮັດໃຫ້ເຂົາເບື່ອ ການເວົ້າເລື່ອງທົ່ວໄປນັ້ນເຮົາຈະເວົ້າສະເພາະຕອນທຳອິດທີ່ເຮົາໂທໄປເທົ່ານັ້ນ ຈາກນັ້ນເຈົ້າຕອ້ງເວົາເລື່ອງທີ່ກ່ຽວກັບຄວາມຮູ້ສຶກເຂົາ ຄວາມຄິດຂອງເຂົາ ຖາມເຂົາວ່າເຂົາຄິດແນວໃດ ຮູ້ສຶກຈັງໃດກັບເລື່ອງນີ້ເລື່ອງນັ້ນ ຈາກນັ້ນກໍໃຫ້ເຂົາເຜີຍຕົວຕົນຂອງເຂົາອອກມາ ໃຫ້ເຂົາເປີດໃຈກັບເຈົ້າຫລາຍຂຶ້ນ ແລະທີ່ສຳຄັນຄືຢ່າເວົ້າເລື່ອງທີ່ມັນຊີລຽດ ຫາເລື່ອງທີ່ເວົ້າແລ້ວເຮັດໃຫ້ເຂົາຮູ້ສຶກສະບາຍໃຈ ແລ້ວເຂົາຈະຮູ້ສຶກໄວ້ໃຈເຈົ້າຍາມທີ່ເຂົາມີເລື່ອງບໍ່ສະບາຍໃຈຫຍັງ ເຂົາຈະຄິດຖຶງເຈົ້າກອ່ນເປັນຄົນທຳອິດ ແລະເປັນຝ່າຍໂທໄປຫາເຈົ້າເອງ ຈາກນັ້ນຄອ່ຍສ້າງສຳພັນແລ້ວຂໍເຂົາເປັນແຟນ ແຕ່ຂໍຝາກໄວ້ໜ່ອຍໜຶ່ງ ບໍ່ແມ່ນໂທເວົ້າກັນຄັ້ງທຳອິດກໍຂໍເປັນແຟນເລີຍ ໄວລຸ້ນຢ່າໃຈຮອ້ນ ເພາະສິ່ງໃດທີ່ໄດ້ມາງ່າຍກໍໄປງ່າຍໄດ້ເຊັ່ນດຽວກັນ.
ຂອບໃຈ ວາລະສານເດລີນີວ

No comments:

Post a Comment