22 September 2010

ເຄັດລັບການຈີບສາວມີແຟນແລ້ວ ໃຊ້ໄດ້ດີກັບຜູ້ຍິງທີ່ອອ່ນກວ່າ

 ເຄັດລັບການຈີບສາວມີແຟນແລ້ວ ໃຊ້ໄດ້ດີກັບຜູ້ຍິງທີ່ອອ່ນກວ່າ

1. ຢ່າຍອມຮັບວ່າເຮົາກຳລັງຈີບເຂົາຢູ່ ເຖິງແມ້ວ່າເຂົາຈະຖາມມາຕົງໆ ຫລືຖາມມາກວນຢ່າງໃດກໍຕາມ ບອກ
ພຽງແຕ່ວ່າບໍ່ຄິດຫຍັງ ພຽງແຕ່ເປັນເພືອນຄົນໜຶ່ງ ຄົບແລ້ວສະບາຍໃຈດີ ຜິດດວ້ຍຫລື ເຮັດໃຫ້ເຂົາຮູ້ສຶກຜິດ
ທີ່ຖາມມາ (ຖ້າຕອບໄປວ່າແມ່ນ ກໍແຫວກຫຍ້າໃຫ້ງູຕື່ນ ເຂົາກໍບໍ່ກ້າເວົ້ານຳພໍດີ ຜູ້ຍິງກໍຮູ້ສຶກຜິດຕໍແຟນເຂົາ
ເປັນ)
2. ພະຍາຍາມເຮັດດີດວ້ຍໃຫ້ຫລາຍທີ່ສຸດ ເຮັດໃຫ້ກຳລັງໃຈ ເຮັດຕົວໃຫ້ເປັນເປັນໃຫຍ່(ສຳຄັນເດີ້) ຫ້າມຫຶງ
ຫວງ ເຮັດດີໄປກອ່ນ ເຮັດໄປຫລາຍໆ ພໍເຂົາປ່ຽນໃຈຈາກຄົນທີ່ເຂົາຄົບແລ້ວ ເຮົາກໍຄອ່ຍປຽນພິດຕິກຳແນ່ກໍ
ໄດ້  ໂດຍປົກກະຕິ 80%ຂຶ້ນໄປ ແຟນເກົ່າເຂົາຈະມີອາຍຸພໍໆກັນ(ເພາະຄົບກັນຕອນຮຽນ) ດັ່ງນັ້ນຈຳເປັນຢ່າງ
ຍິ່ງທີ່ເຈົ້າຈະຕອ້ງເຮັດຕົວເປັນຜູ້ໃຫຍ່ ມີຄວາມຮັກຜິດຊອບ ໃຈເຢັນ ແລະເຮັດທຸກຢ່າງໃຫ້ເຂົາໄດ້ ໄປຮັບໄປ
ສົ່ງ ໂທໄປຫາ ຢ່າຂັດໃຈເຂົາຫລາຍ ແຕ່ກໍມີແນ່ກໍໄດ້ ໃຫ້ເຂົາຮູ້ສຶກເປັນກັນເອງ ແລະຊື່ນຊົມໃນຕົວເຈົ້າ
3. ຢ່າເວົ້າເຖິງແຟນເກົ່າເຂົາ ເຖິງວ່າເຂົາຈະພະຍາຍາມຊັກຈູງເຂົ້າໄປຫາເລື່ອງແຟນເຂົາຢ່າງໃດ ກໍພະຍາຍາມ
ເຮັດຄືບໍ່ໄດຍີນ ຫລືອາດຈະເວົ້າວ່າ ອື ອື ແຕ່ບໍ່ໃສ່ໃຈ ເຮັດຄືວ່າມັນບໍ່ມີຕົວຕົນຢູ່ໃນໂລກ ຫລືດົນໆຈະແອບເວົ້າ
ວ່າ ເບິ່ງຮັກກັນດີນໍ ເບິ່ງເຈົ້າຮັກເຂົານໍ ເຂົາຄົງເໝືອນກັນແມ່ນບໍ່ ໃຫ້ສາວເຈົ້າເລີ່ມລັງເລ ແຕ່ຢ່າເຮັດໃຫ້
ເໝືອນດູປະຊົດ ຕອນນີ້ເຂົາຍັງພູມໃຈ ແລະຍັງຮັກແຟນເກົ່າເຂົາຢູ່
4. ໃຫ້ກຳລັງໃຈ ແລະປອບໃຈເມືອເຂົາຜິດຖຽງກັບແຟນ ແຕ່ຢ່າຟາວໄປຍຸເຂົາໃຫ້ເລິກກັບແຟນຢ່າໂຈ່ງແຈ້ງ
 ຄອຍປອບເຂົາ ບອກເຂົາວ່າຖ້າບໍ່ສະບາຍໃຈກໍເວົ້າກັນໄດ້ ຖ້າເຂົາບອກວ່າບໍ່ຄອ່ຍສະບາຍໃຈ ບໍ່ຢາກເວົ້າກໍບໍ່
ຕອ້ງໃຫ້ເຂົາເວົ້າ ລໍໄປກອ່ນ ແລ້ວຄອ່ຍໂທໄປໃໝ່ ຊວນອອກໄປຫາຫຍັງເຮັດໃຫ້ເຂົາສະບາຍໃຈຂຶ້ນ ພໍວັນຫລັງ
ເຂົາໄປເວົ້າກັບແຟນ ແຟນເຂົາກໍຈະຫຶງອີກທີມາເວົ້າກັບເຮົາ ແລ້ວກໍຜິດກັນອີກ ກໍກັບມາໃນຮູບແບບເດີນ
ປອບໃຈ ສ້າງຄະແນນໄປເລືອຍໆ
5. ລໍເວລາແມ່ນສຳຄັນຫລາຍ ຢ່າເຮັດຫຍັງໄວໂພດ ລໍໃຫ້ເຂົາຜິດກັນໃຫ້ພໍ ເລີ່ມໃຫ້ເຂົາຮູ້ສຶກວ່າ ແຟນໃນປະ
ຈຸບັນຮັກເຂົາຈິງຢູ່ບໍ່ ເປັນຫຍັງເຮັດໃຫ້ເຂົາບໍ່ສະບາຍໃຈເລີຍ (ແລ້ວເຈົ້າລະ ເຮັດແບບນີ້ແຟນຄົງສະບາຍໃຈ
ຢູ່ຕິ໋ ກໍເພາະມັນຫຶ່ງນີ້ຫວ່າ)
6. ເຮັດຄວາມດີຕໍ່ໄປເລືອຍໆ ເຮັດໃຫ້ເຂົາສະບາຍໃຈທີ່ສຸດທີ່ຢູ່ກັບເຈົ້າ ຖ້າໂອກາດດີໆ ກໍແກ້ງເວົ້າໄປຖາມວ່າ
 ຄວາມຮັກເປັນຢ່າງໃດ ເຂົາຮັກເຈົ້າຈິ່ງຢູ່ບໍ່ ເຫັນໝູ່ຄືບໍ່ຄອ່ຍສະບາຍໃຈ ເປັນຫຍັງເຂົາຈຶ່ງເຮັດໃຫ້ເຈົ້າເປັນ
ຢ່າງນີ້ ກໍຮັກຈິງບໍ່ແມ່ນບໍ ທີ່ສຳຄັນເຮັດໃຫ້ແນບນຽນເດີ ວາງມາດດີໆ ເຮັດໃຫ້ເຈົ້າຄືເປັນຜູ້ໃຫຍ່ຫລາຍ
ກວ່າເຂົາປະມານ 10ປີ ໃຫ້ເຂົາຮູ້ສຶກເໝືອນກັບວ່າປຶກສາຜູ້ໃຫຍ່ທີ່ເຂົາໄວ້ໃຈຢູ່
7. ເມືອໂອກາດມາເຖິງ ເຂົາຈະສົ່ງສັນຍາ(Signal)ປະມານວ່າຂໍເປັນເພືອນກັບແຟນເຈົ້າ ເຂົາຈະບອກແຟນ
ເຂົາວ່າ ຍັງຮັກຢູ່ ລໍກັບມາເຮັດດີດວ້ຍ ແລ້ວກັບໄປເປັນເໝືອນເດີມຫລືວ່າ ເຈົ້າຮັກເຮົາຈິ່ງຢູ່ບໍ ເປັນຫຍັງ
ຕອ້ງເຮັດຕົວເປັນເຈົ້າຂອງເຮົາດວ້ຍ ເປັນຫຍັງຕອ້ງເຮັດໃຫ້ເຮົາບໍ່ສະບາຍໃຈດວ້ຍ
8. ຜູ້ຊາຍພໍໄດ້ຟັງກໍຈະອືງ(ຕົກໃຈ) ຍິງຄົບກັນມານານເທົ່າໃດ ກໍຈະຕົກໃຈດົນເທົ່ານັ້ນ ແຟນເຂົາຈະເລີ່ມຮູ້ສຶກ
ວ່າ ເຂົາເລີ່ມທຳຕົວອອກຫ່າງ ແລ້ວດໍຈະຫຶງຫລາຍ ແລະຜິດກັນ ແລ້ວເລືອງກໍຈະບານປາຍຫລາຍຂຶ້ນ ພໍ່ແມ່
ຂອງເຂົາເຫັນເຂົາຮອ້ງໄຫ້ ແຟນໃນປະຈຸບັນກໍຂະເປັນຄົນເລວໃນທັນທີ ບໍ່ຕອ້ງມີການແກ້ຕົວ ແລະກໍຈະຊອ່ຍ
ກີດກັນມັນອອກໄປຈາກຊີວິດເຂົາໃຫ້ເຈົ້າໂດຍອັດຕະໂນມັດ
9. ເມືອປັດໃຈອື່ນໆມັນຫລາຍຂຶ້ນເປັນເງົາຕາມຕົວ ປັນຫາຫລາຍ ແຟນເຂົາກໍຕອ້ງມີທໍ້ແນ່ ເລີ່ມຮູ້ສຶກວ່າເຮົາ
ບໍ່ດີພໍຫລືບໍ ບໍ່ຮັກເຂົາຈິງຫລືບໍ(ໃຊ້ໄດ້ດີຫລາຍສຳລັບແຟນເກົ່າທີ່ຮັກເຂົາຢ່າງຈິງຈັງ ຫລືຄົບກັນມານານຫລາຍ)
 ເລີ່ມຮູ້ສຶກວ່າຄວນຈະໃຫ້ເຂົາລອງເຮັດຕາມຄວາມຕອ້ງການ(ທີ່ໂດນຍຸແຍ່ຈາກເຈົ້າ)ຂອງເຂົາດີບໍ ສຸດທ້າຍເຂົາ
ກໍຕອ້ງຍອມຮັບກັບການຄົບເຂົາເປັນເພືອນ ສວ່ນເລືອງທີ່ເຂົາຈະແຍ່ງແຟນເຂົາຄືນມາຈາກເຈົ້າຫັນບໍ ກໍເຂົາ
ເມືອຍກັບສິ່ງທີ່ເຮັດໃຫ້ແຟນເຂົາແລ້ວ ແລະເກີດຄວາມທໍ້ໃຈເພາະຄິດວ່າສິງທີ່ເຂົາເຮັດ ທີ່ມັນດີທີ່ສຸດແລ້ວ
ມັນຍັງບໍ່ມີຄ່າ ພໍທີ່ຈະໜຽວຮັ້ງຕົວແຟນເຂົາເອົາໄວ້ໄດ້ ກວ່າຈະຮຽກກຳລັງໃຈຄືນມາໄດ້ ປານນັ້ນເຈົ້າກໍເຂົ້າ
ໄປນັ່ງໃນຕຳແໜ່ງຂອງເຂົາໃນໃຈແຟນເຂົາຮຽບຮອ້ຍແລ້ວ
9. ຄາວນີ້ຕາເຈົ້າແລ້ວ ຄອ່ຍໆເຂົ້າໄປໃຫ້ຄວາມສະບາຍໃຈເລືອຍໆເໝືອນປົກກະຕິ ໃນໃຈເຈົ້າຕອນນີ້ ກໍຈະ
ໄດ້ດີໃຈກັບຄວາມສຳເລັດຂອງເຈົ້າ ລໍເວລາອີກນອ່ຍນຶ່ງ ກໍຈະໄດ້ເຂົາມາຄອບຄອງສົມໃຈ ໂດຍບໍ່ມີແຟນເກົ່າ
ຂອງເຂົາເປັນກ້າງຂວາງຄໍອີກຕໍ່ໄປ
ຂໍສະແດງຄວາມຍີນດີກັບຄວາມສຳເລັດຂອງເຈົ້າ...ສາທຸຂໍຢ່າໃຫ້ເຈົ້າເຈີເອງເດີ ເຈັບຈຽນຕາຍເລີຍລະ ຖ້າເກີດ
ກັບຄົນທີ່ເຈົ້າຮັກ 

No comments:

Post a Comment