22 September 2010

ຮັກສາມເສົ້າ

ຮັກສາມເສົ້າ 
ແຟນຂອງເຈົ້າໜີຕາມໄປກັບເພື່ອນຮັກທີ່ສຸດຂອງເຈົ້າ ຫລືເຈົ້ານອກໃຈກັບແຟນຂອງເພື່ອນສະນິດທີ່ສຸດຂອງເຈົ້າ ເຮົາມາຊວ່ຍເຈົ້າໃນການເຮັດສິ່ງທີ່ຖືກຕອ້ງແລ້ວ
ຄູ່ຮັກທິ້ງເຈົ້າໄປກັບເພື່ອນ
       ນີ້ເປັນໜິ່ງໃນການທໍລະຍົດຫັກຫລັງທີ່ເຈັບປວດທີ່ສຸດ ເມື່ອຄົນສອງຄົນທີ່ໃກ້ຊິດກັບເຈົ້າທີ່ສຸດທຳຮ້າຍເຈົ້າ ຢ່າງໃດກໍຕາມຖ້າທັງສອງຄົນຮູ້ຈັກເຈົ້າມາໄລຍະໜິ່ງແລ້ວ ເຈົ້າກໍຈະຫວັງໃຫ້ມັນເປັນອາລົມຄວາມຮູ້ສຶກທີ່ຈິງຈັງຂອງເຂົາສອງຄົນ ບໍ່ແມ່ນພຽງແຕ່ຄວາມຮູ້ສຶກຊົ່ວຄັ້ງຊົ່ວຄາວທີ່ເຮັດໃຫ້ພວກເຂົາເຮັດເຊັ່ນນັ້ນ.

        ມີແຕ່ພຽງເຈົ້າຄົນດຽວເທົ່ານັ້ນທີ່ຈະສາມາດຕັດສິນໃຈໄດ້ວ່າ ຈະຮັບມືກັບມັນແບບໄດ, ຖ້າເຈົ້າຢາກຈະຢູ່ຕໍ່ໄປກັບຄູ່ຮັກຂອງເຈົ້າ ຫລືເປັນເພື່ອນກັບເພື່ອນຂອງເຈົ້າ ຕໍ່ໄປ ມັນຂຶ້ນຢູ່ກັບສິ່ງຕ່າງໆຫລາຍຢ່າງ. ພວກເຂົາປອ່ຍໃຫ້ມັນເກີດຂຶ້ນດົນເທົ່າໄດກອ່ນທີ່ຈະບອກເຈົ້າ, ພວກເຂົາຮູ້ສຶກຕໍ່ກັນ ແລະກັນແບບໃດ, ພວກເຂົາເສຍໃຈຫລືບໍ່ ແລະເຈົ້າຮູ້ສຶກກັບເລື່ອງນີ້ແນວໃດ, ເຈົ້າຄິດວ່າສິ່ງຕ່າງໆແສນວິເສດ  ຫລືສຳພັນທະພາບຂອງເຈົ້າກຳລັງຫຍຸດຊະງັກ ແລະອາດເປັນໄປໄດ້ວ່າກຳລັງມຸ່ງໜ້າສູ່ຈຸດຈົບ

        ຈົງຕຽມພອ້ມທີ່ຈະໄດ້ພົບກັບອາລົມຄວາມຮູ້ສຶກທີ່ຫລາກຫລາຍ ຕັ້ງແຕ່ຄວາມໂກດແຄ້ນໄປຈົນເຖິງຄວາມເຈັບປວດ ແລະຄວາມເສົ້າໂສກ ຫລືຄວາມສະບາຍໃຈ ຈົງລະບາຍຄວາມຮູ້ສຶກອອກມາກັບເພືອນທີ່ໄວ້ໃຈໄດ້ ແທນທີ່ຈະປອ່ຍໃຫ້ສິ່ງຕ່າງໆ ເກັບໄວ້ໃນໃຈພຽງຄົນດຽວ, ລອງທົບທວນໃຫ້ດີ ຈາກນັ້ນກໍເວົ້າກັນໃຫ້ຈະແຈ້ງລົງໄປກັບເພືອນ ແລະຄູ່ຮັກຂອງເຈົ້າ

ຖ້າພວກເຂົານອກໃຈເຈົ້າ ແຕ່ຍັງຢາກຢູ່ກັບເຈົ້າ
     ມັນຂຶ້ນຢູ່ກັບເຈົ້າທີ່ຈະຕັດສິນໃຈວ່າ ເຈົ້າຢາກຈະຈົບສຳພັນທະພາບຄັ້ງນີ້ຫລືບໍ່? ຖ້າວ່າເຈົ້າຄິດວ່າມັນມີໂອກາດທີ່ເຈົ້າສາມາດໃຫ້ອະໄພພວກເຂົາໄດ້ ມັນເປັນເລື່ອງສຳຄັນ ຢ່າງຫລາຍທີ່ຈະຄົ້ນພົບວ່າ ເປັນຫຍັງພວກເຂົາຈຶ່ງໄດ້ຄິດບໍ່ຊີ່ໃນຕອນທຳອິດ ເຈົ້າຈະໄດ້ຕຽມພອ້ມທີ່ຈະປ່ຽນແປງບາງສິ່ງບາງຢ່າງ 
ຂ້ອຍຢາກໄດ້ຄົນທີ່ເພືອນຄົບຢູ່
     ນີ້ເປັນສະຖານະການທີ່ຫລໍແຫລມທີ່ສຸດຢ່າງໜຶ່ງ ເພາະສິ່ງທີ່ດີທີ່ສຸດແທ້ໆ ກໍເມ່ນການຢູ່ໃຫ້ຫ່າງຈາກຄົນທີ່ເພືອນເຈົ້າສົນໃຈ. ແຕ່ແນວໃດກໍຕາມຖ້າເຈົ້າເຊື່ອແທ້ໆວ່າ ເຈົ້າສອງຄົນຖືກສ້າງມາເພື່ອນກັນແລະກັນແລ້ວ ເຈົ້າກໍ່ຕອ້ງເວົ້າກັບເພືອນໃຫ້ຊັດເຈນລົງໄປ ແລະຢ່າໄດ້ມີກິດຈະກຳທາງກາຍໃດໆຕໍ່ກັນ ຖ້າພວກເຂົາຢູ່ນຳກັນ ແລະຖ້າພວກ ເຂົາເລິກກັນແລ້ວກໍຈົງພິຈາລະນາໃຫ້ດີໆ ແລະປອ່ຍເວລາເອົາໄວ້ຊວ່ງໜຶ່ງ
     ມັນມີກົດທີ່ບໍໄດ້ຂຽນເອົາໄວ້ແຕ່ຮູ້ກັນດີໃນເລື່ອງຂອງມິດຕະພາບກໍຄື: ເຈົ້າບໍ່ຄວນຈະແຊກຕົວເຂົ້າໄປຫາຄົນທີ່ເພື່ອນກຳລັງສົນໃຈຢູ່ ມັນອາດມີບາງສະຖານະການທີ່ອາດ ໂອ.ເຄ. ເຊັ່ນ: ຖ້າພວກເຂົາກຳລັງເລີ່ມຄົບຫາກັນແລະກັນ ແລະບໍ່ໄດ້ສົນໃຈກັນຫລາຍຂະໜາດນັ້ນ ຫລືພວກເຂົາສະແດງທ່າທີທີ່ຊັດເຈນວ່າທຸກຢ່າງບໍ່ມີຫຍັງເກີດຂຶ້ນລະຫວ່າງ ພວກເຂົາແລ້ວ. ເຖິງວ່າແນວນັ້ນ ກໍຄວນປອ່ຍໄວ້ສັກໄລຍະໜຶ່ງກອ່ນທີ່ຈະເລີ່ມເຂົ້າໄປ ຈະຖືວ່າເປັນການມີນຳໃຈຢ່າງຫລາຍຂອງເຈົ້າ
ຂອ້ຍຢາກເລິກກັບແຟນໄປຫາເພື່ອນສະນິດຂອງເຂົາ
     ຖ້າເຈົ້າຢາກທີ່ຈະເຂົ້າຫາເພື່ອນສະນິດຂອງແຟນເຈົ້າ, ເຈົ້າກໍອາດທີ່ຈະທຳລາຍທັງສຳພັນທະພາບລະຫວ່າງເຈົ້າກັບເຂົາ ແລະມິດຕະພາບລະຫວ່າງເຂົາກັບເພື່ອນ ລອງຄິດ ເບິ່ງດູວ່າເຈົ້າຈະຮູ້ສຶກແນວໃດຖ້າເປັນໃນກໍລະນີກັບກັນ. ແຕ່ຢ່າງໃດກໍຕາມຖ້າເຈົ້າຮັກເຂົາແທ້ໆ ແລະຮູ້ວ່າຄວາມຮູ້ສຶກຂອງເຈົ້າຕົງກັນ ໃຊ້ເວລາພັກໜຶ່ງກອ່ນທີ່ຈະເຮັດແນວ ໃດຕໍ່ໄປ, ເລິກກັບຄູ່ຮັກຂອງເຈົ້າກອ່ນ ແລ້ວໃຊ້ເວລາຕາມລຳພັງພັກໜຶ່ງເພື່ອທີ່ຈະຄິດໃຫ້ຊັດເຈນ ໂດຍບໍ່ມີເຂົາ ຫລືເພື່ອນຂອງເຂົາເຂົ້າມາເຮັດໃຫ້ໃຈວອກແວກ.
     ຖ້າເຈົ້າຍັງຢາກທີ່ຈະເຊື່ອແທ້ໆວ່າ ເຂົາຄືຄົນທີ່ແມ່ນສຳລັບເຈົ້າ ແລະເດິນໜ້າຕໍ່ໄປ ສິ່ງໜຶ່ງທີ່ເຈົ້າອາດພໍ້ກໍຄື ເພື່ອນຂອງພວກເຂົາອາດບໍ່ຢາກທີ່ຈະເຂົ້າມາກ່ຽວຂອ້ງກັບເຈົ້າ ເນື່ອງຈາກມັນອາດຈະທຳລາຍມິດຕະພາບຂອງພວກເຂົາໄດ້ ແຕ່ແນວໃດກໍຕາມຖ້າເຈົ້າແນ່ໃຈວ່າຄວາມຮູ້ສຶກຂອງເຈົ້າຕົງກັນ ເວົ້າກັບເພື່ອນໆຂອງເຂົາ, ບໍ່ຕອ້ງເຮັດຫຍັງ ພຽງແຕ່ເວົ້າກໍພໍ ຈາກນັ້ນກໍຖ້າພັກໜຶ່ງກອ່ນທີ່ຈະຄົບຫາກັນເພື່ອເບິ່ງວ່າມັນຈະເປັນໄປໄດ້ພຽງໃດ ແລະຕອນທີ່ເຈົ້າເລີ່ມຄົບຫາກັນ ກໍພະຍາຍາມຫລີກລ້ຽງຢ່າໃຫ້ພົບແຟນ ເກົ່າຂອງເຈົ້າກໍແລ້ວກັນ ມັນຈະເປັນການທຳລາຍນ້ຳໃຈກັນແທນ.
www.pooyingnaka.com/story/story.php

No comments:

Post a Comment