New price
02 October 2011
08 April 2011
08 February 2011
ຕຳນານດອກກຸຫລາບ
ຕຳນານດອກກຸຫລາບ
ກຸຫລາບເປັນດອກໄມ້ທີ່ນິຍົມປູກໄວ້ຊື່ນເຊີມມາແຕ່ບູຮານ
ປະມານກັນວ່າກຸຫລາບເກີດຂຶ້ນ
ເມື່ອປະມານ
70 ລ້ານປີມາແລ້ວ ເຄີຍມີການຄົ້ນພົບຟອສຊິລຂອງກຸຫລາບໃນ ລັດໂຄໂລຮາ
ໂດ
ແລະລັດໂອເຮກອນ ປະເທດສະຫະລັດອາເມລິກາ ແລະໄດ້ພິສູດວ່າດອກກຸຫລາບປ່າເປັນ
ພຶດທີ່ມີອາຍຸເຖິງ
40 ລ້ານປີ ແຕ່ດອກກຸຫລາບປ່າສະໄໝໂລກລ້ານປີນັ້ນ ມີຮູບຮ່າງໜ້າຕາ
ບໍ່ຄືກຸຫລາບສະໄໝນີ້
ເນື່ອງຈາກມະນຸດໄດ້ນຳເອົາກຸຫລາບປ່າມາປູກ ແລະ ປະສົມພັນ ຂະ
ຫຍາຍພັນເປັນພັນຕ່າງໆຢ່າງຫລວງຫລາຍ.
ຄວາມຈິງແລ້ວຕົ້ນກຳເນິດຂອງກຸຫລາບ
ຫຼືກຸຫລາບປ່ານີ້ມີສະເພາະໃນແຖບບໍລິເວນເໜຶອ
ເສັ້ນສູນສູດຂອງໂລກເທົ່ານັ້ນ
ຄືກຳເນີດໃນພາກກາງຂອງທະວີບເອເຊຍ ແລ້ວແຜ່ຂະຫຍາຍ
ພັນໄປທົ່ວຂົ້ວໂລກເໜຶອ
ບໍ່ວ່າຈະເປັນແຖບທີ່ມີອາກາດໜາວຈັດເຊັ່ນ ອາກຕິກ, ອາລັດກາ,
ໄຊບີເຮຍ ຫຼື ແຖບອາກາດຮອ້ນເຊັ່ນ ອິນເດຍ,
ອາຟຣິກາເໜຶອ ແຕ່ບໍລິເວນແຖບໃຕ້ເສັ້ນ
ສູນສູດຢ່າງທະວີບອົດສະຕຣາລີ
ຫຼື ເກາະຕ່າງໆໃນມະຫາສະມຸດລວມທັງອາຟຣິກາໃຕ້ ບໍ່ເຄີຍ
ມີປາກົດວ່າມີກຸຫລາບປ່າເກີດຂຶ້ນເອງຕາມທຳມະຊາດເລີຍ.
ຕາມປະຫວັດສາດເລົ່າວ່າ
ກຸຫລາບປ່າຖືກນຳມາປູກໄວ້ໃນພະລາຊະວັງຂອງຈັກກະພັດຈີນ ໃນ
ສະໄໝລາຊະວົງຣັ່ນປະມານ
5,000 ປີມາແລ້ວ ຂະນະທີ່ ເອຢິບເອງກໍປູກກຸຫລາບເປັນໄມ້ດອກ
ທີ່ສົ່ງໄປຂາຍໃຫ້ແກ່ຊາວໂຣມັນ
ຊາວໂຣມັນເປັນຊາດທີ່ຮັກດອກກຸຫລາບຫຼາຍເຖິງຈະສັ່ງຊື້ຈາກ
ປະເທດເອຢິບແລ້ວ
ຍັງລົງທຶນສ້າງສວນຂະໜາດໃຫຍ່ສຳລັບປູກດອກກຸຫລາບອີກດວ້ຍ. ສຳ
ລັບຊາວໂຣມັນແລ້ວເອີ່ນໄດ້ວ່າດອກກຸຫລາບມີຄວາມສຳຄັນກັບຊີວິດປະຈຳວັນ
ເພາະຊາວໂຣ
ມັນຖືວ່າດອກກຸຫລາບເປັນສັນຍາລັກຂອງຄວາມຮັກ
ຊື່ງເປັນທັງຂອງຂວັນ ເປັນດອກໄມ້ສຳ
ລັບເຮັດເປັນພວງມາໄລຕອ້ນຮັບແຂກ
ເປັນດອກໄມ້ສຳລັບງານສະເຫຼີມສະຫຼອງຕ່າງໆ ໃຊ້ເປັນ
ສວ່ນປະກອບສຳລັບເຮັດຂະໜົມ
ເຮັດວາຍ ສວ່ນນຳມັນກຸຫລາບຍັງໃຊ້ເຮັດເປັນຢາໄດ້ອີກດວ້ຍ.
ກຸຫລາບຖືເປັນສັນຍາລັກແຫ່ງຄວາມຮັກ
ແລະຄວາມໂຣແມນຕິກ ຊື່ງບາງຕຳນານເລົ່າວ່າ ດອກກຸຫລາບເປັນສະເໝືອນເຄື່ອງໝາຍແທນການກຳເນິດຂອງເທບທິດາວິນັດ
ຊື່ງເປັນເທບແຫ່ງຄວາມງາມ ແລະ ຄວາມຮັກ. ວິນັດເປັນທີ່ຮູ້ຈັກກັນໃນຊື່ ອະໂຟຣໄດທ໌
ໃນຕຳນານເທບຂອງກຼີກໄດ້ກ່າວໄວ້ວ່າ ນ້ຳຕາຂອງນາງຫຍົດລົງປະປົນກັບເລືອດຂອງ ອະຄໍນິດ
ຄົນຮັກຂອງນາງທີ່ຖືກໝູປ່າຂ້າ ເລືອດ ແລະນ້ຳຕາຫຍົດລົງສູ່ພື້ນແລ້ວກາຍເປັນດອກໄມ້ສີແດງເຂັ້ມ
ຫຼືດອກກຸຫລາບນັ້ນເອງ. ແຕ່ບາງຕຳນານກໍເລົ່າວ່າດອກກຸຫລາບເກີດຈາກເລືອດຂອງ ອະໂຟຣໄດທ໌
ເອງທີ່ຫຍົດລົງສູ່ພື້ນ ເມື່ອນາງແທງຕົວເອງດວ້ຍໜາມແຫຼມ.
ບາງຕຳນານກ່າວວ່າກຸຫລາບເກີດຈາກການຊຸມນຸມຂອງບັນດາເທບຕ່າງໆ
ເພື່ອປະທານຊີວິດໃໝ່ໃຫ້ກັບນາງກິນຮີນາງໜຶ່ງ ຊື່ງເທບທິດາແຫ່ງບຸບຜາຊາດ ຫຼື ຄໍອະຮິດ
ບັງເອີນໄປພົບນາງນອນສິ້ນໃຈຢູ່ ໃນຕຳນານນີ້ກ່າວວ່າ ອະໂຟຣໄດທ໌
ເປັນເທບຜູ້ປະທານຄວາມງາມໃຫ້ ມີເທບອີກສາມປະທານຄວາມສົດໃສ ສະເໜ່ ແລະ ຄວາມສະນຸກ ແລະມີ
ເຊໄຟຮັດ ຊື່ງເປັນລົມຕາເວັນຕົກໄດ້ຊ່ວຍພັດກຸ່ມເມກ ເພື່ອເປີດຟ້າໃຫ້ກັບແສງຂອງເທບ
ອະພອນໂລ ຫຼື ແສງອາທິດສອ່ງລົງມາເພື່ອປະທານພອນອຳມະຕະ ຈາກນັ້ນ ໄດໂອນີຊຽດ
ເທບພະເຈົ້າແຫ່ງເຫຼົ້າອະງຸ່ນກໍປະທານນ້ຳອຳມະລິດ ແລະກິ່ນຫອມ. ເມື່ອສ້າງບຸບຜາຊາດດອກໃໝ່ນີ້ຂຶ້ນມາໄດ້ແລ້ວ
ເທບທັງຫລາຍກໍເອີນດອກໄມ້ຊື່ງມີກິ່ນຫອມ ແລະມີສະເໜ່ນີ້ວ່າ Rosa ຈາກນັ້ນເທບທິດາຄໍອະຮິດ ກໍລວບລວມຫຍົດນ້ຳຄ້່າງມາປະດັບມົງກຸດ
ເພື່ອມອບໃຫ້ດອກໄມ້ນີ້ເປັນຣາຊະນີແຫ່ງດອກໄມ້ທັງມວນ ຈາກນັ້ນກໍປະທານດອກກຸຫລາບໃຫ້ກັບເທບ
ອີໂຣດ ຊື່ງເປັນເທບແຫ່ງຄວາມຮັກ ກຸຫລາບຈຶ່ງກາຍເປັນສັນຍາລັກຂອງຄວາມຮັກ ແລ້ວເທບ ອີໂຮດ
ກໍປະທານກຸຫລາບນີ້ໃຫ້ແກ່ ຣາໂພເຄຣຕິດ ຊື່ງເປັນເທບແຫ່ງຄວາມງຽບ
ເພື່ອທີ່ຈະເກັບຊ່ອນຄວາມອອ່ນແອຂອງທວຍເທບທັງຫລາຍ
ດອກກຸຫລາບຈຶ່ງກາຍເປັນສັນຍາລັກຂອງຄວາມງຽບ ແລະຄວາມເລັ້ນລັບອີກຢ່າງໜຶ່ງ
ກຸຫລາບກາຍເປັນຂອງຂວັນສຳລັບການສະແດງຄວາມຮັກ
ແລະ ມັກຈະມີຜູ້ປຽບທຽບຄວາມງາມຂອງຜູ້ຍິງເປັນສະເໝືອນດອກກຸຫລາບ
ແລະຜູ້ຍິງຄົນທຳອິດໃນປະຫວັດສາດໂລກທີ່ໄດ້ຮັບສົມຍານາມວ່າເປັນຜູ້ຍິງງາມສະເໝືອນດອກກຸຫລາບຄື
ພະນາງຄຣີໂອພັດຕາ
ກຸຫລາບຂາວ
ກັບ ກຸຫລາບແດງສີໃດເກີດກອ່ນ?
ມີຫາຍຕຳນານເລົ່າເຖິງການເກີດກຸຫລາບສີຂາວ
ແລະ ກຸຫລາບສີແດງໄວ້ແຕກຕ່າງກັນ ຕຳນານໜຶ່ງເລົ່າວ່າ ກຸຫລາບຂາວເກີດຂຶ້ນກອ່ນ ກຸຫລາບແດງ
ເດິມທີ່ມີນົກໄນຕິງເກລຕົວໜຶ່ງມາຫລົງຮັກເຈົ້າດອກກຸຫລາບຂາວແສນງາມ
ຂະນະທີ່ມັນກຳລົງຈະໂອບ ກອດດອກກຸຫລາບດອກກຸຫລາບດວ້ຍຄວາມຮັກນັ້ນເອງ
ໜາມກຸຫລາບກໍທິ່ມແທງທີ່ໜ້າເອິກຂອງມັນ
ຫຍົດເລືອດຂອງເຈົ້ານົກໄນຕິງເກລເລີຍເຮັດໃຫ້ດອກກຸຫລາບສີຂາວກາຍເປັນສີແດງ
ເລີຍມີດອກກຸຫລາບສີແດງນັບແຕ່ເປັນຕົ້ນມາ. ສວ່ນອີກຕຳນານໜຶ່ງກໍເລົ່າວ່າ
ກຸຫລາບສີແດງໃນສວນອີເດນ ເກີດຈາກການຈຸມພິດຂອງ ອີຟ ເຈົ້າດອກກຸຫລາບຂາວທີຍິງສາວຈຸມພິດ
ເລີຍເກີດອາການເຂິນຈຶ່ງປ່ຽນເປັນສີແດງ
ນອກຈາກນີ້
ຄວາມໝາຍຂອງຄວາມຮັກໃນສາສະໜາຄຣິດຖືວ່າກຸຫລາບສີຂາວແທນຄວາມບໍລິສຸດຂອງ ພະແມ່ມາເລຍ ແລະ
ກຸຫລາບສີແດງເກີດຈາກຫຍາດພະໂລຫິດຂອງ ພະເຍຊູເຈົ້າ ເມື່ອຖືກສວມມົງກຸດໜາມ
ມັນຈຶ່ງເປັນສັນຍາລັກຂອງຜູ້ປະກາດສາສະໜາທີ່ພີຊີບເພື່ອພະຜູ້ເປັນເຈົ້າ.
ສີກຸຫລາບສື່ຄວາມໝາຍ
ໃນວັນວາເລັນທາຍ(Valentine day) ຊື່ງເປັນວັນແຫ່ງຄວາມຮັກ ດອກກຸຫລາບຖືເປັນສັນຍາລັກ
ແລະຂອງຂວັນ, ດັ່ງນັ້ນເວລາທີ່ຄິດຈະໃຫ້ດອກກຸຫລາບຫລາບແກ່ໃຜຈັກຄົນ
ເຮົາກໍໜ້າຈະຮັກຄວາມໝາຍຂອງສີອັນເປັນສື່ຄວາມໝາຍຂອງດອກກຸຫລາບໄວ້ແນ່ກໍໜ້າຈະດີ ຊື່ງກໍຈະມີຄວາມໝາຍດັ່ງນີ້:
-
ສີແດງສື່ຄວາມໝາຍເຖິງ ຄວາມຮັກ ແລະ ຄວາມປາດຖະໜາ ເປັນດອກໄມ້ຂອງກາມະເທບ ຄິວປິດ ແລະ
ອີຣອສ ເປັນສິ່ງນຳໂຊດນຳຄວາມຮັກມາໃຫ້ແກ່ຍິງ ຫຼືຊາຍທີ່ໄດ້ຮັບ.
- ສີບົວ
ສື່ຄວາມໝາຍເຖິງ ຄວາມຮັກທີ່ມີຄວາມສຸກຢ່າງສົມບູນ
- ສີຂາວ
ສື່ຄວາມໝາຍເຖິງຄວາມມີສະເໜ່ ຄວາມບໍລິສຸດ ມິດຕະພາບ ແລະ ຄວາມສະຫງົບງຽບ
ແລະນຳໂຊກມາໃຫ້ແກ່ຍິງ ຫຼືຊາຍເຊັ່ນດຽວກັບກຸຫລາບແດງ
- ສີເຫຼືອງ
ສື່ຄວາມໝາຍເຖິງ ເຮົາເປັນເພື່ອນທີ່ດີຕໍ່ກັນສະເໝີ
-
ສີຂາວແລະແດງ ສື່ຄວາມໝາຍເຖິງ ຄວາມເປັນອັນໜຶ່ງອັນດຽວກັນ.
- ກຸຫລາບຕູມ ສື່ຄວາມໝາຍເຖິງ ຄວາມງາມ ແລະເຍົາໄວ
ຊໍ່ກຸຫລາບສື່ຄວາມໝາຍ
ຈຳນວນດອກກຸຫລາບໃນຊໍ່ກໍເປັນອີກສິ່ງໜຶ່ງທີ່ສື່ຄວາມໝາຍໄດ້ເຊັ່ນກັນ
ແລະ ໃນວັນວາເລັນທາຍ ຫຼືວັນໃດໆ ຖ້່ເຈົ້າໄດ້ຊໍ່ດອກກຸຫລາບຈາກໃຜຈັກຄົນ
ເຂົາຄົນອາດກຳລັງຕອ້ງການສື່ຄວາມໝາຍຫຍັງບາງຢ່າງໃຫ້ເຈົ້າຮູ້ກໍເປັນໄດ້
ຈຳນວນດອກກຸຫລາບ ຄວາມໝາຍ
1 ຮັກແຮກພົບ
2 ສະແດງຄວາມຮູ້ສຶກທີ່ດີໃຫ້ກັນ
3 ຂອ້ຍຮັກເຈົ້າ
7 ເຈົ້າເຮັດໃຫ້ຂອ້ຍຫລົງສະເໜ່
9 ເຮົາສອງຄົນຈະຮັກກັນຕະຫລອດໄປ
10 ເຈົ້າເປັນຄົນທີ່ດີເລີດ
11 ເຈົ້າເປັນສົມບັດທີ່ມີຄ່າອັນດຽວຂອງຂອ້ຍ
12 ຂໍ້ໃຫ້ເຈົ້າເປັນຄູ່ຂອງຂອ້ຍພຽງຄົນດຽວ
13 ເພື່ອນແທ້ສະເໜີ
15 ຂອ້ຍຮູ້ສຶກເສຍໃຈແທ້ໆ
20 ຂອ້ຍມີຄວາມຈິງໃຈຕໍ່ເຈົ້າ
21 ຊີວິດນີ້ຂອ້ຍມອບໃຫ້ເຈົ້າ
36 ຂອ້ຍຍັງຈື່ຄວາມຫລັງອັນແສນຫວານ
40 ຄວາມຮັກຂອງຂອ້ຍເປັນຮັກແທ້
99 ຂອ້ຍຮັກເຈົ້າຈົນວັນຕາຍ
100 ຂອ້ຍອຸທິດຊີວິດນີ້ເພື່ອເຈົ້າ
101 ຂອ້ຍມີເຈົ້າພຽງຄົນດຽວເທົ່ານັ້ນ
108 ເຈົ້າຈະແຕ່ງງານກັບຂອ້ຍບໍ
999 ຂອ້ຍຈະຮັກເຈົ້າຈົນວິນາທີສຸດທ້າຍ
1 ຮັກແຮກພົບ
2 ສະແດງຄວາມຮູ້ສຶກທີ່ດີໃຫ້ກັນ
3 ຂອ້ຍຮັກເຈົ້າ
7 ເຈົ້າເຮັດໃຫ້ຂອ້ຍຫລົງສະເໜ່
9 ເຮົາສອງຄົນຈະຮັກກັນຕະຫລອດໄປ
10 ເຈົ້າເປັນຄົນທີ່ດີເລີດ
11 ເຈົ້າເປັນສົມບັດທີ່ມີຄ່າອັນດຽວຂອງຂອ້ຍ
12 ຂໍ້ໃຫ້ເຈົ້າເປັນຄູ່ຂອງຂອ້ຍພຽງຄົນດຽວ
13 ເພື່ອນແທ້ສະເໜີ
15 ຂອ້ຍຮູ້ສຶກເສຍໃຈແທ້ໆ
20 ຂອ້ຍມີຄວາມຈິງໃຈຕໍ່ເຈົ້າ
21 ຊີວິດນີ້ຂອ້ຍມອບໃຫ້ເຈົ້າ
36 ຂອ້ຍຍັງຈື່ຄວາມຫລັງອັນແສນຫວານ
40 ຄວາມຮັກຂອງຂອ້ຍເປັນຮັກແທ້
99 ຂອ້ຍຮັກເຈົ້າຈົນວັນຕາຍ
100 ຂອ້ຍອຸທິດຊີວິດນີ້ເພື່ອເຈົ້າ
101 ຂອ້ຍມີເຈົ້າພຽງຄົນດຽວເທົ່ານັ້ນ
108 ເຈົ້າຈະແຕ່ງງານກັບຂອ້ຍບໍ
999 ຂອ້ຍຈະຮັກເຈົ້າຈົນວິນາທີສຸດທ້າຍ
Subscribe to:
Posts (Atom)
