22 September 2010

ຮັກໝົດໃຈ ຫລື ໃຈໝົດຮັກ

 ຮັກໝົດໃຈ ຫລື ໃຈໝົດຮັກ

ຮັກໝົດໃຈຫລື  ໃຈໝົດຮັກຄຳສອງຄຳຂຽນຄືກັນພຽງແຕ່ສະລັບທີ່່ ຊຶ່ງວ່າຄວາມໝາຍ

ແຍກຫ່າງອອກຈາກກັນຄົນລະຂອບຟ້າ ຮອ້ຍທັງລ້ານບໍ່ມີຫົວໃຈຂອງມະນຸດດວງໃດຢາກໃຫ້

ເປັນ ຈາກ ຮັກໝົດໃຈ ແລ້ວຢູ່ດີໆ ໃຈຈະໝົດຮັກເສຍດື້ໆ

ຊື່ງວ່າ ຄວາມຮັກມັກອອກແບບບໍ່ໄດ້ ບໍ່ມີໃຜຄວບຄຸມ ວາດຫວັງ ແລະດູແລຄວາມຮັກໃຫ້ຄືວັນ

ທຳອິດທີ່ເຈົ້າໄດ້ຮູ້ຈັກກັບມັນໄດ້ ດອກໄມ້ສວຍສົດຍັງມີວັນຫ່ຽວເສົາ ປາສາຫຍັງກັບໃຈຂອງເຮົາ

ທີ່ບໍ່ແມ່ນດອກໄມ້ປາລາສະຕິກ ຈຶ່ງຈະບໍ່ໂຮຍຮາ

ຮັກເປັນເລື່ອງຂອງການຍອມ ບໍ່ແມ່ນເຫດຜົນ ທັງ ຮັກແຕ່ກໍບໍ່ຫລາຍພໍທີ່ຈະປ່ຽນແປງ

ແລະອີກຮອ້ຍຄຳອ້າງຂອງຄົນບາງຄົນທີ່ປາດຖະໜາໃຫ້ຄົນຮັກປ່ຽນແປງໄປຕາມໃຈ ຕອ້ງ

ການລຶມແລ້ວບໍ່ ເຄີຍຮັກເພາະຫຍັງ ຈາກທີ່ເຄີຍຈຳກັບບໍ່ຈຳ ເພາະກາຍເດີມຂອງເຂົາ ຫລືໃຈ

ຂອງເຮົາແທ້ທີ່ປ່ຽນແປງ ຢ່າດຶ່ງເອົາຫົວໃຈກັນໄວ້ເລີຍ

ທາຍໃຈຄຳຕອບເບິ່ງ ຂໍທະລວງເຂົ້າໄປໃນຫົວໃຈຂອງຄົນມີຄວາມຮັກ ເຖິງຈະບໍ່ຮູ້ວ່າ ຄວາມຮັກ

ທີ່ມີເປັນແບບໃດ ຫລືໃກ້ໝົດອາຍຸແລ້ວ ລໍຖ້າວັນທີ່ຈະລະເບີດອອກມາ

1. ເຈົ້າກັບເຂົາອອກໄປຕະຫລາດດວ້ຍກັນ ແລ້ວເພື່ອນຂອງເຂົາໂທລະສັບເຂົ້າມາຊວນແຟນ

ເຈົ້າໄປທ່ຽວ ແຟນຂອງເຈົ້າຈະ...

     ກ. ຖິ້ມເຈົ້າໄປຫາເພື່ອນ

     ຂ. ປະຕິເສດເພື່ອນທັນທີ

     ຄ. ຢູ່ກັບເຈົ້າກອ່ນ ແລ້ວຄອ່ຍໆແຍກຕົວໄປ

2. ເຂົາຊວນເຈົ້າໄປເບິ່ງວຽກເປັນເພື່ອນເຂົາ ແຕ່ເຈົ້າບໍ່ວ່າງເລີຍປະຕິເສດເຂົາໄປ ແຟນຂອງ

ເຈົ້າຈະ...

     ກ. ບອກເຈົ້າວ່າບໍ່ເປັນຫຍັງຕ່າງຄົນຕ່າງເຮັດວຽກໃຫ້ແລ້ວ

     ຂ. ໂກດຢ່າງແຮງ ເຖິງຂັ້ນເລິກຄົບ

     ຄ. ບັງຄັບໃຫ້ໄປກໍຕອ້ງໄປ ຫ້າມປະຕິເສດ

3. ເຈົ້າ ແລະເຂົາມີນັດກັນ ແຕ່ເຂົາກັບລຶມຊ້ຳ ເຈົ້າທຳການຕໍ່ວ່າເຂົາ ແຟນຂອງເຈົ້າຈະ...

     ກ. ບໍ່ສົນໃຈ

     ຂ. ເຂົາບອກເຈົ້າວ່າ ຂອ້ຍມີສິດທິເຮັດຫຍັງກໍໄດ້

     ຄ. ຂໍໂທດ ຂໍໂທດ ແລະຄຳສຸດທ້າຍກໍ ຂໍໂທດ

4. ເຈົ້າຊື້ເຄື່ອງຂອງຫລາຍໂພດ ເລີຍໂທລະສັບຂໍໃຫ້ເຂົາມາເອົາຂອງຊວ່ຍເຈົ້າ ແຟນຂອງເຈົ້າຈະ...
     ກ. ບໍ່ວ່າງ ບອກໃຫ້ເຈົ້າຖືຂອງກັບມາເອງ

     ຂ. ບອກໃຫ້ເຈົ້າຖ້າຄາວໜຶ່ງ ແລ້ວດ່ຽວໄປຮັບ

     ຄ. ຖາມທັນທີວ່າຢູ່ໃສ ແລ້ວຈະໄປຮັບທັນທີ

5. ຍາມພົບເຈີປັນຫາ ຕອ້ງການພຽງຄົນປອບໃຈ ຄົນນັ້ນແມ່ນບໍ່ຄື ແຟນຂອງເຈົ້າແລ້ວ

ເຂົາຈະ...
     ກ. ບໍ່ສະບາຍໃຈຕາມເຈົ້າ ແລະບໍ່ລໍຊ້າຟາວມາຫາເຈົ້າທັນທີ

     ຂ. ເມື່ອຍກັບວຽກຫລາຍ ປວດຫົວເຫລືອເກີນວັນນີ້ ຂໍບໍ່ຮັບຟັງເລື່ອງຊີລຽດຈາກເຈົ້າຈະໄດ້ບໍ່

     ຄ. ຄາວຽກຢູ່ ຊຶ່ງກໍຮັບຟັງ ພຽງແຕ່ຄຳປອບໃຈສັ້ນໆ ທີ່ເຂົາໃຫ້

6. ຖ້າເຈົ້າເຮັດຂອງຮັກຂອງຫວງໃນຊີວິດຂອງເຂົາເສຍຫາຍ ໃຜຈະຕັ້ງໃຈໃຫ້ມັນເກີດຂຶ້ນນໍ

ແຟນຂອງເຈົ້າຈະ...

     ກ. ໂກດເປັນຟືນເປັນໄຟ ດ່າບໍ່ໄວ້ໜ້າໃຜ ເຖິງຈະແມ່ນໜ້າເຈົ້າ

     ຂ. ຢາກຮ້າຍບໍ່ແມ່ນນອ້ຍ ແຕ່ກໍພໍໃຫ້ອະໄພ ເພາະເຈົ້າບໍ່ໄດ້ຕັ້ງໃຈເຮັດ

     ຄ. ບໍ່ເປັນຫຍັງ ໃຫ້ອະໄພໄດ້ ແຕ່ບໍ່ລຶມກຳຊັບເຈົ້າໃຫ້ລະວັງແນ່ກໍດີ

7. ເຂົາມັກຈະຢືມໂທລະສັບຂອງເຈົ້າໄປໃຊ້ເລີຍໆ ແຖມໃຊ້ເປັນເວລາດົນໆອີກດວ້ຍ ຍາມເຈົ້າ

ເວົ້າໃຫ້ເຂົາ ແຟນຂອງເຈົ້າຈະ...

     ກ. ຮູ້ຕົວ ແລະຈະບໍ່ລົບກວນອີກ

     ຂ. ຢືມຂອງເຂົາຍັງມາຫາວ່າເຂົາງົກ ແຖມບອກ ໃຊ້ນອ້ຍດ່ຽວເອງ ເຮັດເປັນເວົ້າໃຫ້

     ຄ. ງອນບໍ່ພໍໃຈ ໂກດຊ້ຳອີກຕ່າງຫາກ

8. ເມື່ອມີເພດຕົງກັນຂ້າມແອບແນມເຈົ້າ ແຟນຂອງເຈົ້າຈະ...

     ກ. ຖາມເຈົ້າວ່າຈະໄປຄົບກັບຄົນນັ້ນຫລືບໍ່

     ຂ. ອອກຈະພາກພູມໃຈມີແຟນດູດີຂະໜາດນີ້

     ຄ. ເຕືອນເຈົ້າໃຫ້ແຕ່ງຕົວດີໆແນ່ (ຄວາມໝ!ຍແງ່ລົບ ຫລືແງ່ບວກບໍ່ອາດຮູ້ໄດ້ເລີຍ)

9. ໃນວັນສຳຄັນ ວັນເກີດຂອງເຈົ້າ ແຟນຂອງເຈົ້າຈະ...

     ກ. ບໍ່ເຄີຍລຶມທີ່ຈະມີຂອງຂວັນ

     ຂ. ອ້າວ!!! ວັນນີ້ບໍ ແນ່ໃຈບໍ ວັນນີ້ວັນເກີດເຈົ້າ

     ຄ. ບໍ່ເຄີຍລຶມ ແຕ່ມີບັນຫາທາງການເງິນ ເລີຍບໍ່ມີຂອງຂວັນ

10.  ເຈົ້າອວດຊົງຜົມ ແລະສີຜົມໃໝ່ທີ່ເຈົ້າພວນເຮັດແລ້ວ ງາມ(ໃນສາຍຕາຕົວເອງ) ແຕ່ພໍ

ເຂົາເຫັນ ແຟນຂອງເຈົ້າຈະ...

     ກ. ເສີຍໆ ບໍ່ມີອາການຫຍັງສະແດງອອກມາ

     ຂ. ກໍໂອເຄ ບໍ່ຂີ້ລາຍປານໃດ໋

     ຄ. ແມ່ໃຫ້ອອກຈາກບ້ານນຳຢູ່ບໍ

ຕວດສອບຄະແນນຄສາມສຳພັນ

1. ກ. = 2 ຂ. = 0 ຄ. = 1

2. ກ. = 0 ຂ. = 2 ຄ. = 1

3. ກ. = 2 ຂ. = 1 ຄ. = 0

4. ກ. = 2 ຂ. = 1 ຄ. = 0

5. ກ. = 0 ຂ. = 2 ຄ. = 1

6. ກ. = 2 ຂ. = 1 ຄ. = 0

7. ກ. = 0 ຂ. = 2 ຄ. = 1

8.​ ກ. = 2 ຂ. = 0 ຄ. = 1

9. ກ. = 0 ຂ. = 2 ຄ. = 1

10. ກ. = 2 ຂ. = 0 ຄ. = 1

0 – 6 ຄະແນນ

ເຂົາຍັງຮັກເຈົ້າໝົດໃຈ ບໍ່ຈືດຈາງ ຊຶ່ງວ່າກັບເປັນເຈົ້າທີ່ ເປັນຝ່າຍຄິດເລັກຄິດນອ້ຍ ຫຍຸມຫຍິມ

ຈຸກຈິກ ຢູ່ຝ່າຍດຽວ ເຈົ້າຕອ້ງກິນວິຕາມິນຊື່ ຄວາມໄວ້ໃຈແນ່ ບຳລຸງຄວາມຮັກ ບຳລຸງໃຈຕົວ

ເອງ ໃຫ້ຮັກໃນຄວາມດີຂອງເຂົາ ແລະຄວາມຊື່ສັດທີ່ເຂົາມີໃຫ້ເຈົ້າ ຖະນອມຄວາມຫວານແລ້ວ

ເຈືອຈານຄວາມບໍ່ໄວ້ໃຈຊຶ່ງກັນແລະກັນ ສຳຮອງໄວ້ວັນໜ້າທີ່ຮັກໃກ້ຈືດ

7 – 13 ຄະແນນ

ຮັກບໍ່ແມ່ນການຄອບຄອງຊຶ່ງກັນແລະກັນ ແຕ່ຄືຄວາມອິດສະຫລະພາຍໃຕ້ພັນທະນາການ ທີ່

ແນມບໍ່ເຫັນ ແຕ່ເຕັມໃຈ ຊຶ່ງວ່າເຈົ້າອາດມີຝ່າຍໃດຝ່າຍໜຶ່ງເກີດບ້າອຳນາດ ນືກຢາກຄອບ

ຄອງ ແລະຄິດເອງວ່າຄວາມຮັກເຂົ້າມາ ພໍປິດປະຕູລອັກກຸແຈແລ້ວຈະບໍ່ມີວັນຈາກໄປ ເຂົາ

ຢາກຈະເປັນເຈົ້າຂອງຊີວິດເຈົ້າ ໂດຍລຶມໄປຕັ້ງດົນວ່າຮັກລົດຊາດແບບໃດ ທາງເລືອກຂອງຜູ້ທີ່

ປະສົບພົບເຈີກໍລະນີແບບນີ້ພໍມີ ນັ້ນຄືຈະເດີນຈາກ ແບະຍອມເຈັບ ແລກກັບກຳມະສິດຊີວິດ

ຂອງເຈົ້າທີ່ເຈົ້າຄືຜູ້ດ່ຽວທີ່ຄອບຄອງ ຫລືທົນຢູ່ຕໍ່ໄປ ພຽງແຕ່ໃຈບໍ່ກ້າປ່ຽນແປງ

14 – 20 ຄະແນນ

ໃຈມັນໝົດໃຈຖ່ານໝົດກາງທາງ ໄຂລານກໍບໍ່ໄປຕໍ່ ທີ່ເຮັດໄດ້ດີທີ່ສຸດຄືຖື້ມມັນຊະໄອ້ກອ້ນໃຈ

ທີ່ເຄີຍຖືໄວ້ ກອ່ນມັນຈະເປື້ອນຄາມື ອອກຈາກຊີວິດຂອງກັນແລະກັນ ຫັນຫລັງແລ້ວຍິ້ມໃຫ້

ກັບຄົນທີ່ເຄີຍຮັກເຈົ້າໝົດໃຈ ຈາກນັ້ນເຖິງເວລາປັບສະພາບຫົວໃຈ ທຳໃຈ ແລະກ້າວຕໍ່

ໄປດວ້ຍຕົວເອງ

THANKS POOYINGNAKA.COM

No comments:

Post a Comment