22 September 2010

ວັນເກິດບອກຄວາມເຈົ້າຊູ້


ວັນເກິດບອກຄວາມເຈົ້າຊູ້

ວັນຈັນ
ຄົນເກິດວັນຈັນມັກມີດວງກ່ຽວກັບຄວາມຮັກແບບທີ່ລຶກຊຶ້ງ ບໍ່ຮັກພຽງແຕ່ຕື່ນເຕັ້ນເທົ່ານັ້ນ ດວ້ຍ
ທຳມະຊາດ ແລະພື້ນດວງທີ່ເປັນຄົນຊ່າງຄິດຊ່າງເວົ້າຮອບຄອບກັບເລື່ອງຕ່າງໆສະເໜີ . ດັ່ງນັ້ນໃນ
ເລື່ອງຄວາມຮັກຂອງເຈົ້າຈຶ່ງຕອ້ງມັ່ນໃຈກອ່ນທີ່ຈະເຂົ້າໄປຫາຄວາມຮັກນັ້ນ ສະເນ່ທີ່ໂດດເດັ່ນຂອງ
ຄົນວັນຈັນຢູ່ທີ່ສິລະປະໃນການເວົ້າຈາເຮັດໃຫ້ໃຜໆຫລົງປລືມໄດ້ສະເໜີ ແລະຍັງເປັນ ຄົນສະຫລາດ
ມີໄຫວພລິບອີກດວ້ຍ. ນັ່ນເປັນຈຸດເດັ່ນທີ່ເຮັດໃຫ້ຄົນຢູ່ຮອບໆຂ້າງຊື່ນຊົມເປັນພິເສດ ແຕ່ວ່າຈະມີ
ໃຈມັກໃຜຄົນວັນຈັນຈະບໍ່ເປີດເຜີຍທຸກຢ່າງແກ່ຄົນຮັກ ເນື່ອງຈາກເປັນຄົນ  ມີໂລກສວ່ນຕົວ ມັກ
ຈະເກັບເລື່ອງຕ່າງໆໄວ້ກັບຕົນເອງຄືກັນກັບທີ່ເປັນຄົນມັກອິດສະຫລະ ແລະຮັກສະໜຸກບໍ່ນອ້ຍເລີຍ,
ຄົນເກີດວັນຈັນແທ້ໆ ແລ້ວມີ 2ແບບຄື: ແບບ ທີ່ທຸ່ມ ເງິນໃຫ້ກັບ ຄົນຮັກແບບສຸດໆ ກັບອີກປະເພດ
ແມ່ນ ໜຽວສຸດໆ ກັບຄົນຮັກ, ເຈົ້າເປັນແບບໃດກໍຄົງຕອ້ງຕວດສອບເບິ່ງຕົນເອງ ແຕ່ທີ່ມີຢູ່ໃນຕົວ
ຄົນວັນຈັນທັງ 2ແບບກໍຄືມັກຈະປິ້ງຄົນທີ່ ອາຍຸອ່ອນ ກວ່າຕົນສະເໜີເພາະຢາກທີ່ຈະດູແລຄົນຮັກ
ຂອງຕົນ ແບບແສນຫວ່ງຫວງ ແລະເຈົ້າກໍມັກມີຮັກແບບທີ່ຄອ່ຍໆໃກ້ຊິດຕິດໃຈກັນໄປທີລະນອ້ຍ.
ເຈົ້າແພ້ຄົນທີ່ເຂົ້າໃຈເຈົ້າທອ່ງແທ້, ດວງຂອງ ເຈົ້າຈຶ່ງມີແນວໂນ້ມທີ່ຈະພົບຮັກທີ່ຊາບຊື້ງຕື້ງໃຈ ແລະ
ມີຄວາມຜູກພັນກັນຫລາຍ ເພາະເປັນຄວາມຮັກທີ່ມີພັດທະນາການ ເຕັມໄປດວ້ຍຄວາມເຂົ້າໃຈໃນ
ກັນແລະກັນ ພະຍາຍາມທີ່ຈະຮູ້ຈັກ ຕົວຕົນແທ້ໆຂອງກັນແລະກັນນັ້ນເອງ.​​ ຄົນວັນຈັນໂຊກດີທີ່ໄດ້ປິ້ງ
ກັບຄົນຄ້າຍໆກັນ ລົດສະນິຍົມບໍ່ແຕກຕ່າງກັນພໍເທົ່າໃດ, ເຂົ້າກັນໄດ້ດີ ຖ້າໃຜທີ່ດູດີຢ່າງດຽວ ແຕ່ ເວົ້າ
ກັນບໍ່ຮູ້ເລື່ອງ, ທັດສະນະຄະຕິຕ່າງກັນຫລາຍໆ ຄົນເກີດວັນຈັນຈະລະຄວາມສົນໃຈທັນທີ ຖ້າເມື່ອໃດທີ່
ອົກຫັກ ຄົນວັນຈັນກໍຈະບໍ່ສະແດງອາການອອກມາພໍເທົ່າໃດເຖິງຈະປວດໃຈພຽງໃດ,ຄົນທີ່ເປັນຄູ່ຮັກ
ຂອງຄົນວັນຈັນໄດ້ດີຕອ້ງມີລັກສະນະຂອງຄວາມເປັນເພືອນສະນິດກັນຫລາຍ, ຖ້າທຳທ່າເປັນເຈົ້າຂອງ
ຫລາຍເກີນໄປ ມັກຢູ່ກັບຄົນວັນຈັນໄດ້ສັ້ນກວ່າທີ່ຫວັງ
ວັນຄານ
ຄົນເກີດວັນນີ້ ມີຫົວໃຈກ້າໄດ້ກ້າເສຍໃນເລື່ອງຄວາມຮັກນັ້ນ ຖືຄະຕິວ່າສ່ຽງເປັນສ່ຽງຕາຍຕາມປະສາ
ຄົນມັກສະນຸກ ເຈົ້າສຳລານພໍສົມຄວນ. ຄົນວັນຄານເຈົ້າຊູ້ ຈຶ່ງມີດວງໃນເລື່ອງ ຄວາມຮັກທີ່ໂດດເດັ່ນ
ຄືໄດ້ພົບຮັກສະເໜີໆ ມັກປິ້ງຄົນເດັ່ນໆ ທີ່ດູດີກວ່າໃຜໃນກຸ່ມຄົນທີ່ມີທ່າຮຽບງ່າຍເກີນໄປ ຄອ່ຍຂ້າງເຊີຍໆ
 ບໍ່ແມ່ນຄົນແບບທີເຈົ້າ ຈະສະດຸດຕາສະດຸດໃຈແນ່ນອນ ໃຜກໍຕາມທີ່ຫ້າວເກີນເຫດ ຄົນວັນຄານກໍຍາກ
ຈະຕັດໃຈ ຄິດມັກຄວາມສົດໃສມັ່ນໃຈໃນຕົວເອງ ຄືສະເນ່ທີ່ທຳໃຫ້ໃຜໆຫລົງຮັກຄົນເກີດວັນຄານ ແລະນິ
ໃສທີ່ແຂງເກີນໄປຂອງເຈົ້າກໍຄືຕົວ ການສຳຄັນທີ່ຈະທຳລາຍຄວາມຮັກໃຫ້ພັງທະລາຍໄປຢ່າງໜ້າເສຍດາຍ,
 ຍາມຫລົງຮັກໃຜ ເຈົ້າຈະຕາມຕິດຫວັງພິຊິດໃຫ້ໄດ້ເມື່ອສົມໃຈແລ້ວ ເຈົ້າຜັດບໍ່ຍອມໃຫ້ຄູ່ຮັກມາປ່ຽນແປງ
 ຄວາມເປັນຕົວຕົນທີ່ແທ້ຈິງຂອງເຈົ້າ ຖ້າໃຜຍອມເຈົ້າໄດ້ກໍຮັກກັນໄດ້ນານແນ່ນອນ ໂດຍທົ່ວໄປ ດວງໃນ
ເລື່ອງຄວາມຮັກຂອງຄົນວັນຄານ ບໍ່ຄອ່ຍມີອຸປະສັກພໍເທົ່າໃດ ຈີບໃຜຫລື ທອດສະພານໃຫ້ໃຜກໍມັກສຳ
ເລັດສະເໜີ ຢູ່ທີ່ວ່າຕົວເຈົ້າເອງນັ້ນລະ ຈະເປັນຝ່າຍຈີດຈາງຫ່າງເຫິນອີດຝ່າຍເສຍກອ່ນ ຕາມປະສາຄົນ
ເຈົ້າຊູ້ທີ່ຫົວໃຈອ່ອນໄຫວ ແລະຢາກຄົບຄົນໃໝ່ໆ ເພາະຮູ້ສຶກວ່າເປັນເລື່ອງທ້າທາຍດີມັກຫາຄວາມມັ່ນໃຈ
ໃຫ້ຕົວເອງດວ້ຍເລື່ອງຮັກໆ ບາງຄັ້ງທັງ 4ຫອ້ງຫົວໃຈເຕັມໝົດ ຫອ້ງໃດທົນບໍ່ໄຫວໂບກມືລາໄປເຈົ້າກໍບໍ່
ເສຍໃຈ ມີໃຜຄົນໃໝ່ມາແທນໄດ້ໄວ້ສະເໜີ ດວງຄວາມຮັກຄອ່ຍຂ້າງດີ ຕົວເອງບໍ່ມີບັນຫາເຖິງຈະມັກ
ຕາມໃຈຕົວເອງ ແຕ່ກໍບໍ່ຄອ່ຍເອາະອະເອົາເລື່ອງກັບຄວາມຮັກຈິງຈັງເທົ່າໃດ ບັນຫາມັກເກີດຂຶ້ນເພາະ
ຄົນຮັກຂອງເຈົ້າ ຊຶ່ງຄິດຈະເອົາເລື່ອງກັບເຈົ້າໃຫ້ໄດ້ ຫລືອາດເປັນເພາະຄວາມໃຈຮອ້ນຂອງເຈົ້າ ໂດຍທີ່
ເຈົ້າບໍ່ໄດ້ຕັ້ງໃຈຈະໃຫ້ເກີດກ່ຮແຕກຫັກຫລອກ ດັ່ງນັ້ນຖ້າໃຜເຂົ້າໃຈເຈົ້າກໍສາມາດຄົບກັບເຈົ້າໄດ້ດົນເປັນ
ພິເສດ
ວັນພຸດ
ຄົນທີ່ເກີດວັນພຸດ ເປັນຄົນທີ່ຕອ້ງພົວພັນກັບເລື່ອງຮັກໆຢູ່ສະເໜີ ເພາະດາວພຸດ ເປັນສັນຍາລັກຂອງ
ດວງດາວປະຈຳເທພີແຫ່ງຄວາມຮັກ ຜູ້ຍິງວັນພຸດຈຶ່ງເປັນຄົນຮັກສວຍຮັກງາມເປັນພິເສດ ຜູ້ຊາຍກໍ
ເຈົ້າສຳອາງບໍ່ນອ້ຍ ຖ້າຜູ້ຊາຍຄົນໃດທີ່ບຳລຸງຜິວໜ້າດວ້ຍໂລຊັ່ນ ຫລືຊີກນ້ຳຫອມສະເໜີກອ່ນຈະອອກ
ຈາກເຮືອນ ຈົນໃຜໆ ເກືອບຈະຄິດວ່າເປັນເກທີ່ແທ້ເຂົາຄົນນັ້ນເປັນຄົນວັນພຸດນັ້ນເອງ ເມື່ອຮັກໃຜມັກ
ໃຜຄົນວັນພຸດຈະເທຄແຄຣ໌ ເອົາໃຈໃສທີ່ສຸດ ດີກວ່າຄົນເກີດວັນອື່ນໆ ແຕ່ດວ້ຍຄວາມທີ່ຮັກຕົວເອງ
ຫລາຍ ຫລົງຕົວເອງພໍສົມຄວນ ດັ່ງນັ້ນເຈົ້າຈຶ່ງຕອ້ງການໃຫ້ຄົນພິເສດຂອງເຈົ້າ ທຸ່ມເທຮັກໃຫ້ເຈົ້າສຸດ
ຫົວໃຈ ຖ້າຮູ້ສຶກວ່າຍັງໄດ້ຮັບຄວາມຮັກຈາກເຂົາບໍ່ຫລາຍພໍ ເຈົ້າຈະຮ້າຍໃສ່ທັນທີ ເຖິງສະເນ່ຂອງຄົນວັນ
ພຸດຈະຢູ່ທີ່ຄວາມອອ່ນຫວານ, ແຕ່ຍາມຫຶງຫວງ ຫລືໂກດເຄືອງແລ້ວຈະປາກຮ້າຍຫລາຍ ແຕ່ໃນຈິດໃຈ
ບໍ່ມີຜິດຮ້າຍໃດໆ ເປັນຄົນໃຈກວ້າງຂວາງ ແລະເປັນຄົນຊື່ສັດຫລາຍດວ້ນຊ້ຳ ພຽງແຕ່ຄິດຫລາຍຂີ້ລະແວງ
ເທົ່ານັ້ນເອງ ດວງຄວາມຮັກຂອງຄົນວັນພຸດຄອ່ນຂ້າງອາພັບ ທັ້ງໆທີ່ມີຄົນມາຮັກຈິງຫວັງແຕ່ງ ແຕ່ກໍມັກ
ຈົບລົງເພາະຄວາມບໍ່ມີເຫດຜົນຢ່າງສຸດໆຂອງເຈົ້າເອງ ເລື່ອງທີ່ຈະຜິດຫວັງເພາະໄປຮັກເຂົາຂ້າງດຽວນັ້ນກໍ
ມີ ແຕ່ເກີດຂຶ້ນບໍ່ບອ່ຍເທົ່າໃດ ຖ້າຈະຜິດຫວັງຈົນເສຍໜ້າກໍເປັນເພາະໄປຫລົງເຊື່ອຄົນທີ່ມາຫວັງຜົນປະ
ໂຫຍດຈາກເຈົ້າໂດຍບໍ່ໄດ້ຮັກເຈົ້າຈິງ ເນື່ອງຈາກຄົນວັນພຸດສະຫລາດໃນເລື່ອງອື່ນ ແຕ່ບໍທັນຄົນເທົ່າໃດ,
 ທີ່ວ່າດວງຄວາມຮັກຂອງຄົນວັນພຸດອາພັບເພາະວ່າເຖິງບາງຈັງຫວະຊີວິດຈະມີຮັກແສນຊື້ງພຽງໃດກໍ
ຕອ້ງກັບມາເລິກລາກັນໄປທັ້ງໆທີ່ຍັງຮັກ ບາງຄົນກໍອາພັບແບບມີແຕ່ຮັກຫລອກໆ ສັ້ນໆ ບໍ່ຊາບຊື້ງເທົາ
ໃດຄົນເກີດວັນພຸດບາງຄົນກໍມີຄວາມສຳພັນຮັກທີ່ຍືນຍາວແລະອົບອຸ່ນ ແຕ່ມັກບໍ່ແມ່ນຄົນທີ່ເຈົ້າຫລົງ
ຮັກຢ່າງປັກຈິດປັກໃຈມາກອ່ນ ນັບເປັນດວງແຫ່ງຄວາມຮັກທີ່ບໍ່ທຳມະດາເລີຍ.
ວັນພະຫັດ
ຖ້າເຈົ້າເກີດວັນພະຫັດ ເຈົ້າກໍບໍ່ຕອ້ງເປັນຫວ່ງເລື່ອງຄວາມຮັກຂອງເຈົ້າຫລອກ ເພາະດວງໃນເລື່ອງ
ຄວາມຮັກຄອ່ນຂ້າງດີ ໝາຍເຖິງເນື້ອຄູ່ແທ້ໆ ທີ່ເປັນຄວາມຮັກແທ້ໆໃນຊີວິດດວ້ຍເຊັ່ນກັນ ພື້ນຖານ
ນິໃສຂອງເຈົ້າເຖິງຈະຫ້າວຫານ ແລະຕົງໄປຕົງມາຈົນນ່າຖອຍຫ່າງ ແຕ່ສະເນ່ຂອງເຈົ້າມີສະເໜີກັບເພດ
ກົງກັນຂ້າມ ເຮັດໃຫ້ບໍ່ມີຊວ່ງໃດບໍ່ມີຄູ່ດົນ ນອກຈາກບາງຊວ່ງເຈົ້າຈະຍັງບໍ່ຄິດໃນເລື່ອງນີ້ຈິ່ງຈັງເທົ່ານັ້ນ
ຄົນວັນພະຫັດເຈົ້າຊູ້ແຕ່ອາລົມເທົ່ານັ້ນ ບໍ່ໄດ້ເຈົ້າຊູ້ເປັນນິໃສ ຖ້າພົບຄົນຫລໍ ຫລືຄົນງາມໃນແບບທີ່ພຶງພໍ
ໃຈ ກໍຈະສົ່ງສາຍຕາໄປກອ່ນອື່ນ ແຕ່ບໍ່ແມ່ນຄົນທີ່ຈະຕອ້ງແລ່ນເຂົ້າໄປຂໍທຳຄວາມຮູ້ຈັກທັນທີທັນໃດ ເຖິງ
ຈະເປັນຄົນກ້າແກ່ງປານໃດກໍຕາມ ເວັ້ນແຕ່ວ່າຖ້າຮູ້ຈັກກັນແລ້ວ ແລະຫລົງຮັກເຂົ້າແລ້ວເທົ່ານັ້ນທີ່ຄົນ
ວັນພະຫັດຈະຕິຕາມຢ່າງຕັ້ງໃຈ ຈົນກວ່າຈະໄດ້ໃຈຂອງໃຜຄົນນັ້ນ ບໍ່ມີທາງທີ່ເຈົ້າຈະຈີບເລ່ນໆ ແບບນິນຈາ
ດ່ຽວມາດຽວໄປແນ່ນອນ ຄົນວັນພະຫັດເປັນຄົນແຂງນອກອອ່ນໃນ ແລະມີດວງແບບຕົກຫລຸມຮັກເມື່ອ
ແຮກສາຍຕາໄດ້ຫລາຍກວ່າຄົນເກີດວັນໃດໆ ນອ້ຍຫລາຍທີຈະເຫັນຄົນວັນພະຫັດມີຄວາມຮັກກັບເພືອນ
ທີ່ຄົບກັນດົນໆຫລາຍປີແລ້ວ ຄອ່ຍໆພັດທະນາເປັນຄວາມຮັກ ແລະໃນກໍລະນີທີ່ເປັນຄູ່ຮັກກັນແລ້ວຫາກ
ມີເລື່ອງປະທະອາລົມໃສ່ກັນ ເຈົ້າກໍຈະບໍ່ປາກບໍຍອມຂໍໂທດວ່າຕົນເອງຜິດ ທັ້ງໆທີ່ໃນໃຈເຈົ້າຢາກງໍ້ຄືນດີໃຈ
ຈະຂາດ ນອກຈາກວ່າຜິດຖ່ຽງກັບຄູ່ຮັກເລື່ອຍໆຄັ້ງຈົນຮູ້ສຶກຊິນເຄີຍແລ້ວນັ້ນເຈົ້າເຖິງຈະງໍ້ເປັນ ກ້າທີ່ຈະ
ເວົ້າຄຳວ່າເສຍໃຈອອກໄປໄດ້ໃນໃນທວ່ງທ່າທີ່ເບິ່ງເປັນຄົນມຸທະລຸວູ້ວາມບໍ່ຈິງຈັງກັບໃຜແທ້ຈິງແລ້ວ ຄົນ
ວັນພະຫັດເປັນຄົນຮັກທີ່ໝັ່ນຄົງຫລາຍ ຕາມດວງສະຕາບົ່ງບອກວ່າເປັນຄົນຮັກຈິງຫວັງແຕ່ງ ມັກໄດຄູ່
ດີ ເວັ້ນແຕ່ບາງຊວ່ງຈະໄປຮັກຜິດຄົນຈົນເດືອດຮອ້ນຫລາຍ ດວງຄວາມຮັກຂອງເຈົ້າຫາກມີບັນຫາກໍຢູ່ທີ
ອາລົມເທົ່ານັ້ນ ຖ້າຮອ້ນພົບຮອ້ນກໍຈະຈົບໄວ ຖ້າເຈົ້າຫລຸດໄຟໃນອາລົມຕົວເອງໄດ້ ຫລືເລືອກຄົນໃຈເຢັນ
ເປັນນ້ຳ ກໍຮັກກັນຍືນຍາວແລະຍາກທີ່ຈະເລິກລາກັນໄດ້.
ວັນສຸກ

ຄົນວັນສຸກບໍ່ສະແດງອອກເຖິງຄວາມເຈົ້າຊູ້ເດັ່ນຊັດຢ່າຄົນວັນອາທິດ ແຕ່ແທ້ໆແລ້ວເປັນຄົນເຈົ້າຊູ້
ງຽບ ແອບໂປລຍສະເນ່ຢູ່ເລື່ອຍໆເໝື່ອນກັນ ຊຶ່ງກໍມີຄົນຫລົງປລື້ມຢູ່ສະເໝີໄປ ດວ້ຍຄວາມທີ່ເປັນຄົນ
ອອ່ນໂຍນ ສະຫລາດ ຮອບຮູ້ ມີມະນຸດສຳພັນດີພໍສົມຄວາມຄົນວັນສຸກມັກເຮັດຕົວເອງໜ້າຮັກ ແຕ່ຖ້າ
ເລີ່ມຄົບຫາຈິງຈັງກັບຫວານໃຈແລ້ວ ຈະສະແດງຄວາມດື້ດຶງອອກມາທັນທີ ເພາະເປັນຄົນເອົາແຕ່ໃຈ
ຕົວເອງບໍ່ນອ້ຍ ດວງຄວາມຮັກຂອງເຈົ້າຈຶ່ງແສນຊຶ້ງໃນຊວ່ງຕົ້ນໆ ເພາະພື້ນດວງເປັນຄົນສຸພາບ ນອ້ຍ
ຄົນທີ່ຈະຫ້າວ ນອກຈາກເກີດໃນວັນສຸກ ແລະຖ້າຄວາມຮັກຂອງເຈົ້າຈະມີບັນຫາກໍມັກເປັນເພາະຕົວເຈົ້າ
ເອງ ເນື່ອງຈາກເປັນຄົນຊ່າງຄິດຢູ່ແລ້ວ ຈຶ່ງຄິດຫລາຍຄິດໄກເີນໄປສະເໝີ ແລະເປັນເຫດໃຫ້ຕອ້ງເລິກ
ລາກັນແບບງ່າຍໆ ດວງຄວາມຮັກຂອງເຈົ້າຄອ່ນຂ້າງບໍ່ທຳມະດາ ຄວາມຮັກແທ້ມັກເກີດຂຶ້ນກັບຄົນ
ທີ່ຢູ່ຮອບໆຂ້າງ ແອບແກ່ວນຫົວວ່າບໍ່ເໝາະສົມກັນ ຖ້າບໍ່ແກ່ ຫລືອາຍຸອອ່ນກວ່າຫລາຍໆ ກໍອາດຈະ
ແຕກຕ່າງກັນທີ່ຖານະ ຫລືການສຶກສາ ດອ້ຍກວ່າໃນເລື່ອງໃດເລື່ອງໜຶ່ງແນ່ນອນ ແລະມັກຈະໄດ້ສະ
ແດງເຖິງຄວາມຮັກແທ້ເໝືອນໃນໜັງ ຄື: ການຝ່າຟັນກັບກະແສກີດກັນຂອງຄອບຄົວ ເປີເຊັນສວ່ນ
ໃຫຍ່ຈະເປັນໃນຮູບແບບນີ້ ຖ້າໃຜໄດ້ຄູ່ທີ່ເໝາະສົມກັນດີບໍ່ມີໃຜກີດກັນກໍຕອ້ງນັບວ່າໂຊກດີ ຄົງມີດວງ
ໃນລາສີເກີດ ຫລືອິດທິພົນອື່ນໆທີ່ເສີມໃຫ້ດວງຄວາມຮັກໄປໄດ້ດີກວ່າພື້ນດວງທີ່ນ່າຈະເປັນເຊັ່ນນັ້ນ ແຕ່
ສຸດທ້າຍແລ້ວຄົນວັນສຸກຈະແຣປປີ້ສົມຫວັງສະເໝີບໍ່ຄອ່ຍຜິດຫວັງໃນເລື່ອງຮັກ ນອກຈາກຈະມີທຸກໃນ
ຫົວໃຈທີ່ຕົວເອງຄິດເອງຮູ້ສຶກເອງບໍ່ແມ່ນຄົນທີ່ເຈົ້າຮັກກໍຂຶ້ນ ຫລືບາງກໍລະນີເປັນເພາະເຈົ້າແອບຫວັ່ນ
ໄຫວໄປປລື້ມຄົນອື່ນແລ້ວຜິດຫວັງ ຖ້າດູແລຫົວໃຈຕົວເອງໃຫ້ດີໆ ບໍ່ວອກແວງໄປໃສເຈົ້າກໍມັກມີຄູ່ຮັກ
ທີ່ຄົບກັນແບບຍາວນານຈົນເພື່ອນໆອິດສາສະເໝີແນ່ນອນ.
ວັນເສົາ
ຖ້າເຈົ້າເກີດວັນເສົາ ມັ່ນໃຈໄດ້ເລີຍວ່າເຈົ້າຈະເປັນຄົນຮັກທີ່ດີໃຫ້ກັບໃຜຄົນນັ້ນໄດ້ພາບພູມໃຈແນ່ນອນ
 ເພາະເຈົ້າມີທັງຄວາມເອື້ອອາລີ ມີນ້ຳໃຈ ເປັນຄົນມີສະຕິປັນຍາ ມີຄວາມຍຸດຕິທຳເປັນຄົນທີ່ໃຜກໍຍອມ
ຮັບ ແລະຊື່ນຊົມເຈົ້າເປັນຄົນຮັກຈິງກຽດຈິງ ຖ້າກຽດໃຜກໍບໍ່ເສແສ້ງຄົບຫາຕໍ່ໄປໃຫ້ຕອ້ງຝືນຕາມນິໃສ
ຂອງເຈົ້າວັນເສົາ ທີ່ຕົງພໍສົມຄວນ ດວງໃນເລື່ອງຄວາມຮັກຂອງຄົນວັນເສົາ ບໍ່ຄອ່ຍໂລດໂຜນພິສະດານ
ຫລາຍ ຄວາມຮັກຄອ່ຍເປັນຄອ່ຍໄປຢ່າງຮຽບງ່າຍ ຫາກຈະມີເລື່ອງປວດຫົວໃຈແດ່ກໍເປັນເພາະຄວາມ
ມອງໂລກໃນແງ່ດີເກີນໄປ ບາງຄັ້ງຈຶ່ງຫລົງຄາລົມຄົນບໍ່ຈິງໃຈ ຫລືບາງຄັ້ງກໍຄິດໄປເອງວ່າໃຜຄົນນັ້ນມີໃຈ
ນຳ ທັ້ງໆທີ່ບໍ່ໄດ້ເປັນດັ່ງທີ່ແອບຄິດແອບຫວັ່ນໄຫວ ຄົນເກີດວັນເສົາເປັນຄົນໃຝ່ຮູ້ ຖ້າຊວ່ງໃດເຈັບຫົວໃຈ
 ກໍຈະທຳໃຈດວ້ຍການທຸ່ມເທໃນເລື່ອງທີ່ມີສາລະ ມີປະໂຫຍດກັບຊີວິດ ຄວາມໜ້າຮັກຂອງຄົນວັນເສົາຢູ່ທີ່
ຄວາມສົດໃສ ເປີດເຜີຍ ມີຄວາມມຸ່ງມັ່ນຢູ່ສະເໝີ ບໍ່ແມ່ນຄົນທີ່ເລື່ອນລອຍໄຮ້ສາລະ ນອ້ຍນັກທີ່ຈະເຫັນ
ຄົນວັນເສົາອີກລັກສະນະໜຶ່ງຄືບໍ່ຄອ່ຍຮຽບຮອ້ຍ ແລະຂາດຄວາມສຸຂຸມຮອບຄອບ ຄົນວັນເສົາບໍ່ຄອ່ຍເຈົ້າ
ຊູ້ ເຖິງຈະເບິ່ງມີທ່າທີເຂົ້າກັບຄົນງ່າຍສົດໃສເປັນກັນເອງແຕ່ບໍ່ໄດ້ມັກໃຜງ່າຍໆສະເໝີໄປ ຖ້າຮັກໃຜກໍຈະ
ຮັກຢ່າງຊື່ສັດ ຫາກຈະຜິດຫວັງກໍດັ່ງທີ່ກ່າວມາແລ້ວ ຄືການໄປຮັກຄົນຜິດ ຄິດວ່າດີທີ່ແທ້ບໍ່ແມ່ນ ດວງ
ຄວາມຮັກຂອງຄົນວັນເສົານັ້ນຈະມີຮັກຈິງຈັງກໍຕໍ່ເມື່ອພົບເຈີຄົນທີ່ຮຽບງ່າຍຄ້າຍໆກັນ ບໍ່ແມ່ນຟູ່ຟ່າຫຣູ
ຫລາເກີນໄປ ຄິດແຕ່ງເລື່ອງສ້າງສັນຫລາຍກວ່າເລື່ອງເຮຮາປາຣ໌ຕີ້ ປັນຫາໃນຮັກມັກບໍ່ແມ່ນຢູ່ທີ່ຕົວເຈົ້າ
ເອງ ເພາະເຈົ້າອົດທົນໄດ້ສະເໝີແຕ່ຄົນທີ່ເຈົ້າຮັກຕ່າງຫາກທີ່ຈະນຳເລື່ອງປວດຫົວມາໃຫ້
ວັນອາທິດ
ຄົນເກີດວັນອາທິດ ມີດວງຊະຕາໃນເລື່ອງຮັກທີ່ຄອ່ນຂ້າງດີພໍສົມຄວນ ບໍ່ຄອ່ຍຈະມີປັນຫາປວດຫົວໃຈ
 ຈົນເດືອດຮອ້ນເພາະເລື່ອງຄວາມຮັກຢ່າງຄົນເກີດວັນອື່ນໆ ເນື່ອງຈາກພື້ນຖານນິໃສທີ່ເປັນຄົນເດັດ
ດ່ຽວ ໜັກແໜ່ນ ເຈົ້າຈຶ່ງຄົບໃຜກໍຄົບຢູ່ຄົນດຽວ ພໍເລິກກັນເມື່ອໃດຈຶ່ງຄອ່ຍມີຮັກໃໝ່ ແຕ່ຄົນວັນອາ
ທິດຈະບໍ່ອອກໄປແລ່ນຫາຄວາມຮັກມາໃສ່ຕົວຫລອກ ນອກຈາກລໍໃຫ້ກາມະເທບຍິ່ງລູກສອນເອງຕາມ
ທຳມະຊາດດີກວ່າ ເຖິງຈະເບິ່ງສຸຂຸມ ມີລະບົບລະບຽບ ເປັນຄົນຕົງ ຫົວແຂງບໍ່ນອ້ຍ ແຕ່ໃນໃຈຂອງຄົນ
ວັນອາທິດກໍອອ່ນໄຫວບໍ່ຢາກກັບເລື່ອງຮັກ ເຫັນໃຜຖືກໃຈກໍມັກແຕ່ກໍຮູ້ຈັກຍັບຍັ້ງໃຈ ບໍ່ແລ່ນເຂົ້າຫາ
ທັນທີເດັດຂາດ ຖ້າຈະມີຄວາມເຈົ້າຊູ້ ກໍເຈົ້າຊູ້ງຽບ ແຕ່ບໍ່ແມ່ນງຽບແບບແອບເອົາຈິງຢ່າງຄົນຄົນວັນ
ຈັນ ເພາະຄົນວັນອາທິດຈະພຽງແຕ່ເບິ່ງ ຮູ້ສຶກມັກ ສົ່ງຍິ້ມໄປບາງເທືອ ແຕ່ກໍບໍ່ຄິດຫຍັງຫລາຍກວ່ານັ້ນ
 ດວງຄວາມຮັກຂອງເຈົ້າ ເປັນລັກສະນະທີ່ມີຄວາມສຳພັນມີຄວາມຜູກພັນ ເຕັ່ມໄປດວ້ຍຄວາມລຶກຊື້ງ
ບໍ່ແມ່ນຮັກແບບຕື່ນເຕັ້ນເຮົ້າໃຈສັ້ນໆແລ້ວຈົບລົງເໝືອນພຽງການຈູດດອກໄມ້ໄຟ ຄົນວັນອາທິດເຮັດ
ໃຫ້ຄົນອື່ນປະທັບໃຈໄດ້ສະເໝີ ກັບຄວາມສຸຂຸມທະນົງຕົນໃສ່ໃຈຄົນຮັກຢ່າງສະເໝີຕົ້ນສະເໝີປາຍ ແຕ່
ຖ້າໃຜຄົນນັ້ນຟູ່ຟ່າຫຣູຫລາໃຊ້ເງີນຫລາຍເກີນໄປເຈົ້າກໍບໍ້ມັກໃຈເໝືອນກັນ ຄວາມທີ່ເປັນຄົນຊ່າງເລືອກ
ຄົນວັນອາທິດ ຈຶ່ງບໍ່ແມ່ນຄົນປະເພດທີ່ມີໃຜໆຄຽງຂ້າງຢູ່ຕະຫລອດເວລາ ບາງປີຖ້າບໍ່ປຶ້ງໃຜຫລາຍໆ ກໍ
ຍອມປ່ຽວໃຈຕະຫລອດປີໂດຍບໍ່ຊີເຣີຍ ຖ້າຄົນວັນອາທິດຖືກໃຈໃຜ ຈະໃຊ້ເວລາດູໃຈເບິ່ງນິໃສກອ່ນຈະ
ດຳເນີນຄວາມສຳພັນຕໍ່ໄປໃຫ້ລຶກຊຶ້ງ ດວ້ຍຄວາມຂີ້ລະແວງບໍ່ໄວ້ໃຈໃຜງ່າຍໆ ຕອ້ງເບິ່ງແລ້ວເບິ່ງອີກກວ່າ
ຈະຕັດສິນໃຈເລື່ອງຄວາມເໝາະສົມກັນ ເຈົ້າກໍຄິດຫລາຍ ກວ່າຄົນເກີດວັນໃດໆບໍ່ວ່າຈະເປັນເລື່ອງອາຍຸ
ຫລືຖານະ ເຊັ່ນ: ອີກຝ່າຍລວຍກວ່າຫລາຍ ຫລືຈົນກວ່າຫລາຍໆ ເຈົ້າກໍຈະຄິດຫລາຍ ເຖິງຈະຮັກແລ້ວ
ແຕ່ກໍລັງເລ ຫລືຖ້າອາຍຸນອ້ຍກວ່າຫລາຍໆ ຫລືແກ່ກວ່າຫລາຍໆ ກໍຢ້ານວ່າຄົນອື່ນຈະຄິດແນວໃດຊອ່ງ
ວ່າງລະຫວ່າງໄວຈະມີຫລືບໍ່ ນີ່ລະຄືສະໄຕລ໌ຄວາມຄິດຂອງຄົນວັນອາທິດ ປັນຫາຮັກໃນເລື່ອງອື່ນໆ ບໍ່ຄອ່ຍ
ມີຫລອກນອກຈາກຈະສັບສົນກັບຕົວເອງ.

No comments:

Post a Comment