22 September 2010

ຄິດເກີນເພື່ອນຫລືບໍ່?

ຄິດເກີນເພື່ອນຫລືບໍ່?


1.  ເຄີຍມີຄຳເວົ້າປະມານນີ້ຫລຸດມາຈາກປາກເພື່ອນຕອ້ງສົງໃສຫລືບໍ່
ກ. ຜູ້ຊາຍ (ຫລືຜູ້ຍິງ) ໃນສະເປັກຂອງເຈົ້າແມ່ນແບບໃດ
ຂ. ບໍ່ແນ່ໄດ໋... ເຮົາອາດຈະເປັນເນື້ອຄູ່ກັນກໍໄດ້
ຄ. ໂອຍ...!ເຈົ້ານີ້ເປັນຕາລຳຄານອີ່ຫລີ່ ຫລື ອຸຍ...! ບັກນີ
2.    2. ເມື່ອເພື່ອນຕອ້ງສົງໃສແຊັດກັບເຈົ້າມັນມັກຈະເປັນເລື່ອງ
ກ. ວຽກບ້ານ ຫລືເລື່ອງຣ່າໆ
ຂ. ຄຳແນະນຳໃນການອອກເດດ (ເຂົາມັກຈະມັກຄົນນັ້ນຄົນນີຢູ່ສະເໝີ)
ຄ. ເວົ້າເລື່ອງອື່ນໆຕະຫລອດ ຫາປະເດັ່ນບໍ່ຄອ່ຍໄດ້ ແຕ່ເຂົາກໍພະຍາຍາມຈະເວົ້າ
3   3. ຖ້າເຈົ້າສອງຄົນກຳລັງເບິ່ງໂທລະພາບຢູ່ທີ່ບ້ານເພື່ອນ ເຂົາມັກຈະ...
ກ. ມັກເວົ້າວ່າເຈົ້າຍາດບອ່ນນັ່ງຂອ້ຍໄປ ແລະຂອ້ຍຕອ້ງນັ່ງພື້ນແທນ
ຂ. ນັ່ງຕິດກັບເຈົ້າຢູ່ໂຊຟາ
ຄ. ຫຍຽດແຂ່ນຫຍຽດຂາເຕັມທີ່ ກ່າຍຕົວເຈົ້າກໍມີ (ບໍ່ເຖິງກັບກອດ)
4.    4.  ເມື່ອເພື່ອນລໍ້ວ່າເຈົ້າສອງຄົນເປັນແຟນກັນ ເພື່ອນຕອ້ງສົງໃສຈະ...
ກ. ໂກດຫລາຍ ຜູ້ຍິງກັບຜູ້ຊາຍເປັນເພື່ອນກັນບໍ່ໄດ້ຫວາ
ຂ. ເບິ່ງຄືອາຍໆ ແລະບໍ່ປະຕິເສດ
ຄ. ຫົວ ແລະຖາມເຈົ້າວ່າ ເຈົ້າຄິດວ່າຈັງໃດ
5.     5. ເມື່ອເພື່ອນຕອ້ງສົງໃສເຫັນເຈົ້າແຕ່ງຕົວສວຍ/ຫລໍເຕັມຍົດ ເຂົາຈະ...
ກ. ຍິ້ມ ແລະບອກວ່າເຈົ້າດູດີຫລາຍຂະໜາດໃດ
ຂ. ເຂີນອາຍ ແລະບໍ່ກ້າສົບສາຍຕາເຈົ້າເລີຍ
ຄ. ເວົ້າຕະຫລົກວ່າ ເກື່ອບຈຳເຈົ້າບໍ່ໄດ້ ແຕ່ງຕົວແບບນີ້ເກື່ອບຈະຄ້າຍຄົນແລ້ວວ່ະເພື່ອນ
6.       6. ມີຄົນກະຊິບວ່າມີຄົນແອບມັກເຈົ້າມາດົນແລ້ວ ເຈົ້າເລົ່າເລື່ອງນີ້ໃຫ້ເພື່ອນຕອ້ງສົງໃສຟັງ ເຂົາມີປະຕິກິລິຍາແນວໃດ
ກ. ຕົບມືໃຫ້ເຈົ້າແລ້ວບອກວ່າເຈົ້າຫ້າມພາດໂອກາດນີ້
ຂ. ຢູ່ໆກໍປ່ຽນເລື່ອງເວົ້າໂດຍບໍ່ມີປີ່ມີຄຸ່ຍ
ຄ. ບອກວ່າຄົນນີ້ບໍ່ໄດ້ເລື່ອງ ຕິຄົນທີ່ແອບມັກເຈົ້າຢ່າງນັ້ນຢ່າງນີ້
7.       7. ເມື່ອເຈົ້າຢູ່ທ່າມກາງເພື່ອນກຸ່ມໃຫຍ່ຂອງເຂົາ ເພື່ອນຕອ້ງສົງໃສຈະ...
ກ. ສະແດງທ່າທີເປັນເຈົ້າຂອງ ບໍ່ຄອ່ຍຢາກໃຫ້ເຈົ້າໃກ້ຊິດເພື່ອນເຂົາຫລາຍເກີນໄປ
ຂ. ປະຕິບັດກັບເຈົ້າຄືກັນກັບເພື່ອນເຂົາຄົນໜຶ່ງ
ຄ. ແນະນຳໃຫ້ເຈົ້າຊວນເພື່ອນມານຳດວ້ຍ ຫລາຍຄົນຈະໄດ້ສະນຸກ
8.       8. ເມື່ອເຈົ້າຖາມເພື່ອນຕອ້ງສົງໃສ ວ່າເຂົາມັກໃຜຢູ່ ເຂົາຈະ...
ກ. ແນວເບິ່ງໜ້າເຈົ້າຢ່າງຫວັ່ນໆ ແລ້ວຕອບອ້ອມແອ້ມວ່າບໍ່ມີ
ຂ. ຫົວແລ້ວເວົ້າວ່າ ກໍເຈົ້າຫັນເດ່”
ຄ. ບອກຊື່ 2 – 3 ຄົນແລ້ວຖາມເຈົ້າວ່າຄົນໃດດີ
9.       9. ເມື່ອຕອ້ງຈັບຄູ່ເຮັດບົດລາຍງານ ເພື່ອນຕອ້ງສົງໃສຢາກຈະຈັບຄູ່ກັບເຈົ້າຫລາຍກວ່າເພື່ອນທີ່ຮຽນເກັ່ງ
ແມ່ນ /ບໍ່ແມ່ນ
10.   10.  ເພື່ອນຕອ້ງສົງໃສໂທຫາເຈົ້າເລື່ອຍໆ ທັງທີ່ບໍ່ມີເຫດຜົນ ແຕ່ພຽງຢາກເວົ້າດ້ວຍ
ແມ່ນ /ບໍ່ແມ່ນ
ລວມຄະແນນວັດໃຈ
1.        1. ກ. 10 ຂ. 15 ຄ. 5
2.       2. ກ. 10 ຂ. 5 ຄ. 15
3.       3. ກ. 5 ຂ. 10 ຄ. 15
4.       4. ກ. 5 ຂ. 10 ຄ. 15
5.       5. ກ. 15 ຂ. 10 ຄ. 5
6.       6. ກ. 5 ຂ. 10 ຄ. 15
7.       7. ກ. 15 ຂ. 10 ຄ. 5
8.       8. ກ. 10 ຂ. 15 ຄ. 5
9.       9. ແມ່ນ 15 ບໍ່ແມ່ນ 0
10.    10. ແມ່ນ 15 ບໍ່ແມ່ນ 0
120 – 150 ຄະແນນ ເກີນເພື່ອນແທ້ແນ່ນອນ
ເພື່ອນຄົນນີ້ຊື່ນຊົມສັນລະເສີມເຈົ້າບໍ່ຢຸດ ຫລືບໍ່ເຂົາກໍພະຍາຍາມກໍ່ກວນຄວາມສຳພັນຂອງເຈົ້າກັບໜຸ່ມ/ສາວອື່ນ ເຈົ້າທັງສອງມີໂອກາດສູງທີ່ຈະພັດທະນາຄວາມສຳພັນໄປໄກກວ່າເພື່ອນ ຖາມຕົວເອງວ່າເຈົ້າຮູ້ສຶກແນວໃດກັບເຂົາກັນແທ້? ຖ້າເຈົ້າຄິດຕົງກັບເຂົາ ກໍຢາກແນະນຳໃຫ້ເຈົ້າເຮັດຫຍັງທີດີກວ່າການອອກເດດແບບທຳມະດຳ ເບິ່ງໜັງ ຫລືເດີນຈັບມື ແຕ່ນ່າຈະເປັນ...ຫລີນກິລາດວ້ຍກັນ ເຮັດກິດຈະກຳທາງສັງຄົມ ໆລໆ ກິດຈະກຳທັງຫລາຍທັງປວ່ງນີ້ຈະເຮັດໃຫ້ພວກເຈົ້າເຜີຍຕົວຕົນອອກມາທີ່ລະນອ້ຍ ຈະໄດ້ຮູ້ວ່າຈະເຂົ້າກັນໄດ້ຈິງຫລືບໍ່
80 – 115 ຄະແນນ ຫລາຍກວ່າເພື່ອນແຕ່ບໍ່ແມ່ນແຟນ
ວັງກີ້ແກ້ງເຈົ້າຢູ່ດີໆ ຕອນນີ້ກັບຫັນມາທຳຕາຫວານໃສ່ ເພື່ອນຕອ້ງສົ່ງໃສຄົນນີ້ພະຍາຍາມເກັບຄວາມຮູ້ສຶກທີ່ມີຕໍ່ເຈົ້າອາການດ່ຽວຂຶ້ນດ່ຽວລົງແບບນີ້ເປັນເພາະເຂົາຢ້ານຄວາມຮັກຈະທຳລາຍຄວາມເປັນເພືອນ ໃນທາງກັບກັນເຂົາກໍກ້າຈີບເຈົ້າເພາະຄິດວ່າເຈົ້າຄົງຄິດວ່າເຂົາຢອກຫລີນ ຖ້າເຈົ້າມັກເພືອນຄົນນີ້ແບບແຟນກໍໃຫ້ຄວາມສະນິດສະໜົມກັບເຂົາ (ຕາມນ້ຳໄປເລີຍ) ຖ້າຈູນຄື່ນໃຈຕົງກັນແລ້ວ ກໍໄປເບິ່ງຄຳແນະນຳຂອງກຸ່ມທຳອິດວ່າຄວນເຮັດຫຍັງຕໍ່ໄປ ແຕ່ຖ້າເຈົ້າບໍ່ໄດ້ມັກເຂົາເກີນເພື່ອນ ກໍສະແດງທ່າທີໃຫ້ແຈ່ມຊັດໄປເລີຍວ່າ ເຮົາເປັນພຽງເພື່ອນກັນເທົ່ານັ້ນບໍ່ຕອ້ງເລິກຄົບ ແຕ່ກໍຫ້າມໃຫ້ຄວາມຫວັງ
40 – 75 ເພື່ອນກັນຕະຫລອດໄປ
ເຈົ້າກັບຄົນຄົນນີ້ມີຄວາມເປັນເພື່ອນທີ່ແຂ່ງແກ່ງ ເຈົ້າສອງຄົນເປັນຕົວຂອງຕົວເອງຫລາຍເວລາຢູ່ດວ້ຍກັນ ອາດຈະເສົ້າແນ່ຖ້າເຈົ້າເກີດມັກເພື່ອນຄົນນີ້ ເພາະເຈົ້າຕອ້ງຜະເຊີນຄວາມຈິງວ່າບາງຄັ້ງຄວາມເປັນເພື່ອນກໍຄືເພື່ອນຈິງໆ ບໍ່ສາມາດພັດທະນາໄດ້ ເມື່ອເຈົ້າຢຸດຫລອກຕົວເອງ ເຈົ້າຈະເຫັນວ່າເຂົາບໍ່ເຄີຍມອງເຈົ້າດວ້ຍແວວຕາຊື່ງໆເລີຍ ເອົາເປັນວ່າຖ້າເຈົ້າຄິດຈະມີແຟນມອງຫາຄົນທີ່ມອງເຈົ້າເປັນເພດຕົງກັນຂ້າມກັບເຂົາດີກວ່າ

No comments:

Post a Comment