ວາຊາບິ ຊວ່ຍປອ້ງກັນແຂ້ວຜຸໄດ້!!!
ຫລາຍໆຄົນຄົງຈະເຄີຍລິ້ນລົດກັບອາຫານຍີ່ປຸ່ນກັນແນ່ແລ້ວ ແລະ ຫລາຍຄົນກໍຄົງຈະໄດ້
ລອງສຳຜັດກັບຄວາມສຸນຂອງເຈົ້າ “ວາຊາບິ” ທີ່ຖືວ່າເປັນເຄື່ອງປຸງຢ່າງຫນຶ່ງຂອງອາຫານ
ຍີ່ປຸ່ນກັນແລ້ວ ບາງຄົນອາດຈະຫລົງໄຫລໃນລົດຊາດດັ່ງກ່າວ ບາງຄົນອາດຈະຣອ້ງຍີ້
ແຕ່ຣູ້ຫລືບ່ໍວ່າ ໃນວາຊາບິ ທີ່ເຣົາເຄີຍກິນກັນນັ້ນມີປະໂຫຍດຫລາກຫລາຍທີ່ນອກຈາກ
ຈະຊວ່ຍເຣັດໃຫ້ຫາຍໃຈງ່າຍໃນເວລາເປັນໄຂ້ຫວັດແລ້ວ ແລະອາດຊວ່ຍປອ້ງກັນໂລກ
ມະເລັງແລ້ວ ຍັງອາດຈະຊວ່ຍປອ້ງກັນແຂ້ວຜຸໄດ້ອີກດວ້ຍ!
ທ່ານ ຣິເດກິ ມາຊູດະ ຜູ້ອຳນວຍການຝ່າຍວິໄຈຂອງບໍລິສັດ ໂອກາວະ ຜູ້ຜະລິດເຄື່ອງ
ປຸງລົດຂອງຍີ່ປຸ່ນ ກ່າວວ່າສານປະກອບທາງເຄມີໃນວາຊາບິ ນອກຈາກເຣັດໃຫ້ວາຊາ
ບິ ມີລົດຊາດ ແລະກິ່ນຣຸນແຣງແລ້ວ ຍັງສາມາດຍັບຍັ້ງການຈະເລີນເຕິບໂຕຂອງເຊື້ອ
ຈຸລິນຊີ ທີ່ເປັນຕົ້ນເຫດຂອງແຂ້ວຜຸ ໂດຍວາຊາບິປະກອບດວ້ຍໄອໂຊທິໂອໄຊຍາເນັດ
ຊື່ງນັກວິໄຈພົບວ່າ ສາມາດຍັບຍັ້ງການຜະລິດເອນໄຊທີ່ມີສ່ວນສຳຄັໃນການກໍຕົວ
ຂອງຫີນປູນກ່ອນຫນ້ານີ້ ວາຊາບິ ເຄີຍມີຊື່ສຽງໃນເລືອງຂອງການປອ້ງກັນເລືອດ
ຈັບຕົວເປັນກອ້ນ ລົດຄວາມສ່ຽງ ຕໍ່ການເປັນມະເລັງແລະປອ້ງກັນໂລກຫອບຫືດ
ແລະຜົນການວິໄຈລ່າສຸດ ນັບເປັນຄັ້ງທຳອິດທີ່ມີການຄົ້ນພົບວ່າ ວາຊາບິສາມາດ
ປອ້ງກັນແຂ້ວຜຸໄດ້ແຕ່ເນື່ອງຈາກຜົນການວິໄຈຍັງຢູ່ໃນຂັ້ນເລີ່ມຕົ້ນເທົ່ານັ້ນ ນັກ
ວິໄຈຈຶ່ງເຫັນວ່າ ຈຳເປັນທີ່ຈະຕອ້ງມີການສຶກສາຄົ້ນຄວ້າກັນຕໍ່ໄປ
ເພື່ອຍື່ນຍັນໃນປະສິດທິພາບຂອງເຄື່ອງປຸງຊະນິດນີ້ ແລະຫາກຜົນການທົດລອງຍືນ
ຍັນວ່າ ໃຊ້ໄດ້ຜົນດີກັບຄົນເຣົາ ເຣົາອາດຈະເຫັນຜະລິດຕະພັນທີ່ມີສວ່ນຜະສົມຂອງ
ວາຊາບິຢ່າງກວ້າງຂວາງ ລວມທັງໃນຣູບແບບຂອງຢາຖູແຂ້ວ ແຕ່ອາດຈະຕອ້ງມີ
ການປັບປຸງລົດຊາດໃຫມ່.
ຂອບໃຈຂໍ້ມູນດີໆຈາກ
japankiku.com
No comments:
Post a Comment