ທຳນາຍລັກສະນະເນື້ອຄູ່
1.
ນຳວັນເດືອນປີເກີດຂອງຕົນເອງມາບອກກັນ
+ ວັນ ອາທິດ = 1 /
ຈັນ = 2 / ຄານ = 3 / ພຸດ = 4 / ພະຫັດ = 5 / ສຸກ = 6 / ເສົາ = 7
+ ເດືອນ ມັງກອນ =
1 / ກຸມພາ = 2 / ມີນາ = 3 / ເມສາ = 4 / ພຶດສະພາ = 5 / ມິຖຸນາ = 6 /
ກໍລະກົດ = 7
/ ສິງຫາ = 8 / ກັນຍາ = 9 / ຕຸລາ = 10 / ພະຈິກ = 11 /
ທັນວາ = 12
+ ປີ ຊວດ = 1
/ສະລຸ = 2 / ຂານ = 3 / ເຖາະ = 4 / ມະໂລງ = 5 / ມະເສັງ = 6 /ມະເມຍ = 7 /ມະແມ
= 8 / ວອກ = 9
ຈໍ
= 10 /ລະກາ = 11 /ກຸນ = 12
2.
ນຳຜົນລວມທີ່ໄດ້ມາຄູນດວ້ຍ 7
3.
ເອົາຜົນອອກມາແລ້ວມາຫານໃຫ້ 9 ອີກເທື່ອ
4.
ເຫລືອເສດເທົ່ໃດ ເອົາມາເບິ່ງຜົນດູ
ບໍ່ເສດເລີຍ
ເນື້ອຄູ່ຂອງເຈົ້າຄົນນີ້ມີນິໃສດີ
ຖານະດີ ເປັນຄົນຈິງຈັງ ມັກຄົບຫາສະມາຄົມກັບຄົນອື່ນ ມັກເຂົ້າສັງຄົມ ມີຄວາມ
ມານະອົດທົນ
ເປັນຄົນທີ່ຕອ້ງການໃຫ້ຄົນອື່ນມາເອົາໃຈ ມັກທອ່ງທ່ຽວໄປທຸກຫົນທຸກແຫ່ງ
ບາງຄັ້ງກໍເປັນຄົນໂຮ
ແມນຕິກຫລາຍ
ແຕ່ຕອ້ງລະວັງໃຫ້ດີ ເພາະເຂົາຄົນນີ້ເຈົ້າຊູ້ທີ່ດຽວ
ເສດ1
ລັກສະນະພາຍນອກເປັນຄົນຜິວຂາວ
ນິໃສເຈົ້າລະບຽບ ໃຈເຢັນ ຈຶ່ງຕອ້ງການໃຫ້ເຈົ້າຢູ່ໃນລະບຽບທີ່ເຂົາກຳນົດໄວ້
ຢ່າງເຄັ່ງຄັດ
ແຕ່ເປັນຄົນທີ່ຮັກໃຜແລ້ວຮັກຈິງ ແລະພອ້ມສະເໝີທີ່ຈະແຕ່ງງານກັບເຈົ້າ
ຂໍພຽງແຕ່ເຈົ້າເວົ້າອອກ
ມາວ່າຕົກລົງກໍເທົ່ານັ້ນ
ເສດ2
ເປັນຄົນບໍ່ຖືຕົວ
ຮູບຮ່າງສັນທັດ ຜິວສອງສີ ເປັນຄົນຮ່າເຮິງ ມາລະຍາດຮຽບຮອ້ຍ
ສະເໝີ້ຕົ້ນສະເໝີ້ປາຍ ຮັກ
ດຽວໃຈດຽວ
ເປັນຄົນງ່າຍໆ ມັກຕາມໃຈຄົນອື່ນ ບໍ່ຄອ່ຍມີພິທີຣິຕອງຫຍັງຫລາຍ ນິໃສດີ
ຈິດໃຈເອື້ອເຟື້ອເຜື່ອແຜ່
ໃຜໆກໍຮັກ
ຄອ່ນຂ້າງເຈົ້າຊູ້ແຕ່ຖ້າຮັກໃຜຮັກຈິງ
ເສດ3
ເປັນຄົນຜິວຂາວເຫລືອງ
ນິໃສໃຈຄໍເດັດດ່ຽວ ມີຄວາມມັ່ນໃຈໃນຕົວເອງສູງ ຊ່າງເຈລະຈາ ມະນຸດສຳພັນດີ
ເຂົາຈຶ່ງ
ມີເພື່ອນຝູງຫລາຍ
ເປັນຜູ້ນຳກຸ່ມໄດ້
ເສດ4
ເປັນຄົນທີ່ເຊື່ອມັ່ນໃນຕົວເອງຫລາຍທີ່ສຸດ
ຮັກອິດສະຫລະ ບໍ່ມັກໃຫ້ໃຜມາບັງຄັບ ແລະມີຄວາມມຸ່ງມັ່ນເປັນຢ່າງ
ຫລາຍ
ໃນການງານໃຫ້ສຳເລັດໄປດວ້ຍດີ ປົກກະຕິແລ້ວເປັນຄົນສະນຸກສະໜານ
ບໍ່ຖືຕົວຊ່າງລົມຊ່າງເວົ້າ ແຕ່
ບາງຄັ້ງກໍມີອາລົມອອ່ນໄຫວໄປເໝືອນກັນ.
ເສດ5
ເຂົາຄົນນີ້ມີຮູບຮ່າງສັນທັດ
ຜິວຂາວ ມີນ້ຳໃຈດີ ອາລົມດີໄດ້ທັງວັນ ປາກຫວານ ບາງຄັ້ງກໍສຸຂຸມເຍືອກເຢັນ
ແລະອອ່ນນອ້ມພໍໆກັບອອ່ນໄຫວ
ແສນງອນ ແລະກໍຂີ້ຫຶງ ແລະເກັ່ງຄວາມຮູ້ສຶກໄດ້ເກັງຫລາຍ ຢາກທີ່ຈະເດົາໃຈ
ອອກ
ເວັ້ນແຕ່ຈະເວົ້າອອກມາຊຶ່ງຈະເວົ້າແບບຕົງໄປຕົງມາ.
ເສດ6
ເປັນຄົນຄອ່ນຂ້າງຂາວມີນິໃສອອ່ນໂຍນ
ເຂົ້າກັບຄົນອື່ນໄດ້ງ່າຍ ເຈົ້າວ່າຫຍັງກໍວ່າຕາມກັນບໍ່ມີຂັດໃຈ ຊ່າງເອົາອົກ
ເອົາໃຈຄົນອື່ນ(ລວມທັງເຈົ້າດວ້ຍ)ເລີຍເຂົ້າກັບຄົນອື່ນໄດ້ງ່າຍໃຜໆກໍຮັກ
ເສດ7
ເນື້ອຄູຂອງເຈົ້າເປັນຄົນມີນິໃສອອ່ນໂຍນ
ອອ່ນໄຫວງ່າຍ ຮັກອິດສະຫລະ ບໍ່ມັກຢູ່ທີໃດ ດົນໆ ມັກທີ່ຈະສະນຸກໄປ
ເລື່ອຍໆ
ແຕ່ຈິງໃຈ ແລະຈິງຈັງກັບຄວາມຮັກໄດ໋ ບໍ່ມັກໃຫ້ໃຜບັງຄັບ ບໍ່ຄ່ອຍມັກໄປມາກັບໃຜ
ບໍ່ມັກພຶ່ງພາຄົນອື່ນ
ມັກເຮັດຫຍັງດວ້ຍຄວາມສາມາດຂອງຕົວເອງ
ແລະມັກປະດິດຄິດຄົ້ນ
ເສດ 8
ຈະເປັນຄົນຮູບຮ່າງສັນທັດ
ຜິວສອງສີ ມັກເອົາອົກເອົາໃຈຜູ້ອື່ນ ມັກພົບປະຜູ້ຄົນມາກໜ້າຫລາຍຕາ ສັງສັນ ເປັນ
ຄົນເປິດເຜີຍ
ງ່າຍໆ ສະບາຍໆ ນອກຈາກນັ້ນກໍຍັງເປັນຄົນເກັບຄວາມລັບບໍ່ຢູ່
ແລະເປັນຄົນທີ່ຈິງຈັງກັບຄວາມຮັກ
ຫລາຍໆຖ້າເຈົ້າເປັນຄົນເຈົ້າຊູ້
ເສດ
9
ເປັນຄົນຜິວຂາວ
ງຽບໆ ຊ່າງຄິດ ມັກຄິດຫຍັງງຽບໆຄົນດຽວ ແຕ່ມັກຈະຄິດຫຍັງທີ່ບໍ່ຄືກັບຄົນອື່ນ
ດວ້ຍຄວາມ
ເປັນຕົວຂອງຕົວເອງ
ເລີຍບໍ່ຄອ່ຍແຄຣ໌ຄົນອື່ນເທົ່າໃດ ມັກຄວາມເປັນຜູ້ນຳ
ແລະເປັນຜູ້ນຳລະບົບຜະເດັດການ
No comments:
Post a Comment